ຈີນ-ອາຊຽນເຫັນດີເພີ່ມທະວີການຮ່ວມມື
(ພາບປະກອບ: caexpo.org)
(vovworld) - ຈີນ ແລະ ອາຊຽນ ຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຜ່ານການເພີ່ມທະວີຄວາມເຄົາລົບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ຄວາມໄວ້ເນື້ອເຊື່ອໃຈ, ການໜູນຊ່ວຍ ແລະ ຮ່ວມມືຕົວຈິງກວ່າອີກ. ຖະແຫຼງການດັ່ງກ່າວໂດຍບັນດາເຈົ້າໜ້າທີ່ຂອງ 2 ຝ່າຍຍົກອອກມາໃນກອງປະຊຸມຄັ້ງທີ 18 ຂອງຄະນະກຳມະການຮ່ວມມືຈີນ - ອາຊຽນ ເຊິ່ງຖືກດຳເນີນຢູ່ສຳນັກງານຄະນະເລຂາອາຊຽນ ຢູ່ນະຄອນຫຼວງຈາກາກຕາ, ປະເທດອິນໂດເນເຊຍ ໃນວັນທີ 10/04.
ທ່ານເອກອັກຄະລັດຖະທູດຈີນ ປະຈຳອາຊຽນ ຊຸຍປຸ ໃຫ້ຮູ້ວ່າ, ປະຈຸບັນ ອາຊຽນ ໄດ້ຮັບບຸລິມະສິດອັນໃນນະໂຍບາຍການຕ່າງປະເທດກັບປະເທດຖານບ້ານໃກ້ເຮືອນຄຽງຈີນ ແລະ ປັກກິງ ຈະສືບຕໍ່ສະໜັບສະໜູນບົດບາດໃຫຍ່ກວ່າຂອງອາຊຽນ ໃນບັນດາບັນຫາພາກພື້ນ ແລະ ສາກົນ. ຜູ້ຕາງໜ້າປະຈຳບັນດາປະເທດອາຊຽນ ຫວັງວ່າຈະນຳການພົວພັນຮ່ວມມືລະຫວ່າງອາຊຽນ ແລະ ຈີນ ໃຫ້ຂຶ້ນສູ່ລະດັບສູງໃໝ່.