ຈີິນໄດ້ທຳລາຍລະບົບປະກາລັງຢູ່ທະເລຕາເວັນອອກເພື່ອກໍ່ສ້າງເກາະທຽມ

ຈີິນໄດ້ທຳລາຍລະບົບປະກາລັງຢູ່ທະເລຕາເວັນອອກເພື່ອກໍ່ສ້າງເກາະທຽມ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ​ຫວ່າງ​ແລ້ວນີ້, ສື່​ເອ​ລັກ​ໂຕ​ນິກ cogitASIA ສັງ​ກັດ​ລາຍ​ການ​ອາ​ຊີ ຂອງ​ສູນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ ແລະ ສາ​ກົນ (CSIS), ​ເຊິ່ງມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ອາ​ເມ​ລິ​ກາ ໄດ້​ລົງ​​ພິມບົດ​ຂຽນ​ຂອງ​ທ່ານ​ສາດ​ສະ​ດາ​ຈານ​ຄົ້ນ​ຄວ້າ​ລະ​ບົບຊີ​ວະ​ພາບ ແລະ ຊີ​ວະ​​ວິ​ທະ​ຍາ​ທະ​ເລ ຢູ່​ມະ​ຫາວ​ິ​ທະ​ຍາ​ໄລ Miami, ອາ​ເມ​ລິ​ກາ John McManus ດ້ວຍ​ຫົວ​ຂ​ໍ້​ວ່​າ “ຈີນ ໄດ້​ກໍ່​ສ້າງ​ເກາະ​ທຽມ​ຄື​ແນວ​ໃດ”. ໃນ​ບົດ​ຂຽນນັ​ກ​ປະ​ພັນ​ໄດ້​ໄຈ້​ແຍກວິ​ທີ​ເຊິ່ງ​ຈີນ ໄດ້ຖົມ​ດິນ, ກໍ່​ສ້າງ​ບັນ​ດາ​ເກາະ​ທຽມ​ຢ່າງ​ຜິ​ດ​ກົດ​ໝາຍ​ຢູ່​ໝູ່​ເກາະ ເຈື່ອງ​ຊາ ຂອງ​ຫວຽດ​ນາມ ທີ່​ໄດ້​ທຳ​ລາຍ​ລະ​ບົບ​ຊີ​ວະ​ພາບ​ຢ່າງ​ຮ້າຍ​ແຮງ, ພິ​ເສດ​ແມ່ນລະ​ບົບ​ປະ​ກາ​ລັງ​ທີ່​ສວຍ​ງາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຕາມ​ບົດ​ຂຽນແລ້ວ, ບັນ​ດາ​ນັກ​​ຄົ້ນ​ຄວ້າ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ລະ​ນະ​ຂຸດຖົມດິນ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ກໍ່​ຄວາມ​ອັນ​ຕະ​ລາຍ​ຫຼາຍ​ທີ່​ສຸດ​ສຳ​ລັບ​​ລະ​ບົບ​ປະ​ກາ​ລັງ​. ກ່ອນ​ໜ້ານັ້ນ, ບັນ​ດາ​ການ​ເຄື່ອນ​ໄຫວ​ຖົມ​ດິນ​ເປັນ​ເກາະ​ພຽງ​ແຕ່​ເປັນ​ການ​ທຳ​ລາຍ​ລະ​ບົບ​ປະ​ກາ​ລັງຢູ່​ບັນ​ດາ​ເຂດຂຸດ​ຖົມ​ດິນ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ຜົນ​​ສະ​ທ້ອນ​ເຖິງ​ລະ​ບົບ​ປະ​ກາ​ລັງ​​ທີ່​ຢູ່ອ້ອມ​ແອ້ມ​ຢ່າງ​ຫຼວງ​ຫຼາຍອີກ​ດ້ວຍ. ນອກ​ນັ້ນ, ​ການ​ຟື້ນ​ຟ​ູ​ຂອງ​ລະ​ບົບ​ປະ​ກາ​ລັງ​ທີ່​ຖືກ​ຜົນ​​ກະ​ທົບ​ໂດຍ​ກົງ ຫຼື ທາງ​ອ້ອມ​ຈ​າກ​ການ​ເຄື່ອນ​ໄຫວ​​ຂຸດ​ຖົ​ມດິນນັ້ນ​ແມ່ນ​ຊັກ​ຊ້າ​ທີ່​ສຸດ, ​ຊ້ຳ​ບໍ່​ໜຳບໍ່​ສາ​ມາດ​ຟື້ນ​ຟູ​ໄດ້. ສະ​ນັ້ນ, ການ​ປົກ​ປ້ອງ​ບັນ​ດາ​ລະ​ບົບ​ປະ​ກາ​ລັງ ​ແມ່ນ​​ຄວາມ​ຕ້ອງ​ການ​ອັນ​ຮີບ​ດ່ວນ, ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທຸກ​ຄົນ ແລະ ຕ້ອງ​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​​ໝົດທຸກ​ຝ່າຍ​ທີ່​ມີ​ຄວາມ​ຂັດ​ແຍ້ງ​ກ​ັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ