ຈີນ ຍັງບໍ່ທັນປະນິປະນອມ ພາຍຫລັງການຕັດສິນໂຈະການຈັດວາງອັດຕາພາສີຂອງ ອາເມລິກາ

(VOVWORLD) - ວັນທີ 14 ສິງຫາ, ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Wilbur Ross ໃຫ້ຮູ້ວ່າ: ຈີນ ຍັງບໍ່ທັນມີຄວາມປະນິປະນອມ ພາຍຫລັງ ອາເມລິກາ ຕັດສິນໂຈະການຈັດວາງອັດຕາພາສີຕໍ່ບາງປະເພດສິນຄ້ານຳເຂົ້າຂອງປະເທດນີ້ຈົນຮອດກາງເດືອນ ທັນວາ. ທ່ານ Wilbur Ross ກໍ່ຖືວ່າ: ປັດຈຸບັນຍັງໄວເກີນໄປ ເພື່ອຕີລາຄາບາດກ້າວຄືບໜ້າດີຂອງບັນດາການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ - ຈີນ.

ເມື່ອຕອບສຳພາດຕໍ່ຊ່ອງໂທລະພາບ CNBC, ທ່ານ Wilbur Ross ໃຫ້ຮູ້ວ່າ: ເຖິງວ່າໄດ້ມີບັນດາການໂອ້ລົມທາງໂທລະສັບລະຫວ່າງ 2 ຝ່າຍຕື່ມອີກກໍ່ຕາມ, ແຕ່ວັນເວລາດຳເນີນຮອບເຈລະຈາຕໍ່ໄປຍັງບໍ່ທັນກຳນົດໄດ້ເທື່ອ. ຕາມທ່ານ Wilbur Ross ແລ້ວ, ຍັງໄວເກີນໄປ ເພື່ອຕີລາຄາບາດກ້າວຄືບໜ້າດີໃນການເຈລະຈາດ້ານການຄ້າ ຈົ່ງລໍຖ້າຈົນເຖິງເມື່ອໃດມີແຈ້ງການຢ່າງເປັນທາງການ ແລະ ບັນລຸໄດ້ຄວາມເຫັນດີເປັນເອກະພາບລວມ.

ຈີນ ຍັງບໍ່ທັນປະນິປະນອມ ພາຍຫລັງການຕັດສິນໂຈະການຈັດວາງອັດຕາພາສີຂອງ ອາເມລິກາ - ảnh 1 ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Wilbur Ross  (ພາບ: AFP/TTXVN)

        ກ່ອນໜ້ານັ້ນ, ວັນທີ 13 ສິງຫາ, ທ່ານ Robert Lighthuzer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໃຫ້ຮູ້ວ່າ: ລັດຖະບານ ອາເມລິກາ ຈະໂຈະການຈັດວາງອັດຕາພາສີ 10% ຕໍ່ສິນຄ້າເອເລັກໂຕນິກທີ່ນຳເຂົ້າຈາກ ຈີນ ຈົນເຖິງວັນທີ 15 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ