(VOVWORLD) -ວັນທີ 15 ທັນວາ, ປັກກິ່ງ ໄດ້ປະກາດ ໂຈະການຈັດວາງອັດຕາພາສີເພີ່ມເຕີມ ສຳລັບ ສິນຄ້າອາເມລິກາ ທີ່ນຳເຂົ້າຈີນ ແລະ ຄາດວ່າ ຈະເລີ່ມປະຕິບັດນັບແຕ່ຈຸດເວລານີິ້.
(ພາບປະກອບ: TTXVN)
|
ພາຍຫຼັງທີ່ ອາເມລິກາ ແລະ ຈີນ ປະກາດໄດ້ບັນລຸຂໍ້ຕົກລົງສ່ວນໜຶ່ງ ຫຼື ເອີ້ນວ່າ “ຂໍ້ຕົກລົງໄລຍະ 1” ເປັນເວລາພຽງ 1 ວັນ, ອັນໄດ້ຊ່ວຍຫຼີກລ້ຽງການຈັດວາງອັດຕາພາສີໃໝ່ຂອງ ອາເມລິກາ ສຳລັບສິນຄ້າສົ່ງອອກຂອງຈີນໄປຍັງ ອາເມລິກາ, ວັນທີ 15 ທັນວາ, ປັກກິ່ງ ໄດ້ປະກາດ ໂຈະການຈັດວາງອັດຕາພາສີເພີ່ມເຕີມ ສຳລັບ ສິນຄ້າອາເມລິກາ ທີ່ນຳເຂົ້າຈີນ ແລະ ຄາດວ່າ ຈະເລີ່ມປະຕິບັດນັບແຕ່ຈຸດເວລານີິ້.
ຖະແຫຼງການໄດ້ຊີ້ແຈ້ງວ່າ ປັກກິ່ງ ປາດຖະໜາວ່າ ບົນພື້ນຖານຄວາມສະເໝີພາບ ແລະ ເຄົາລົບ ເຊິ່ງກັນແລະກັນ, ສອງຝ່າຍພ້ອມກັນຮ່ວມມື ເພື່ອແກ້ໄຂບັນດາບັນຫາທີ່ທັງສອງຝ່າຍ ຕ່າງກໍມີຄວາມສົນໃຈຢ່າງເຖິງຖອງກໍຄືຊຸກຍູ້ການສ້າງສາຍພົວພັນທາງດ້ານການຄ້າ ແລະ ເສດຖະກິດ ລະຫວ່າງສອງພືິ້ນຖານເສດຖະກິດແຖວໜ້າໃນໂລກ ໃຫ້ມີຄວາມສະຫງົບໝັ້ນທ່ຽງ.