ຈີນ ຢຶດໝັ້ນເສັ້ນທາງແຫ່ງການພັດທະນາສັນຕິພາບ, ຢາກຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບ ຫວຽດນາມ

(VOVWORLD) - ຈີນ ມີຄວາມເຊື່ອໝັ້ນຕົນເອງກ່ຽວກັບອະນາຄົດແຫ່ງການພັດທະນາຂອງປະເທດຊາດພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ
ຈີນ ຢຶດໝັ້ນເສັ້ນທາງແຫ່ງການພັດທະນາສັນຕິພາບ, ຢາກຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບ ຫວຽດນາມ - ảnh 1ການພົບປະກັບສື່ມວນຊົນຂອງອຸປະທູດຊົ່ວຄາວ ສປ ຈີນ

ຈີນ ຢຶດໝັ້ນເສັ້ນທາງແຫ່ງການພັດທະນາສັນຕິພາບ, ປາດຖະໜາຢາກຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍກກັບ ຫວຽດນາມ - ນີ້ແມ່ນການຢັ້ງຢືນຂອງທ່ານນາງ ຢິນຮາຍຮົງ, ອຸປະທູດຊົ່ວຄາວ ສະຖານທູດ ຈີນ ປະຈຳ ຫວຽດນາມ ໃນການພົບປະກັບສື່ມວນຊົນ ຫວຽດນາມ ໃນຕອນເຊົ້າວັນທີ 13 ເມສາ, ຈັດຕັ້ງຢູ່ຮ່າໂນ້ຍ. ການພົບປະເພື່ອແນໃສ່ສະໜອງຂໍ້ມູນຂ່າວກ່ຽວກັບນະໂຍບາຍການພົວພັນພາຍໃນ ແລະ ຕ່າງປະເທດຂອງຈີນ ພາຍຫຼັງກອງປະຊຸມຄັ້ງທີ 1 ສະພາຜູ້ແທນປະຊາຊົນແຫ່ງຊາດຊຸດທີ 13 ກໍ່ຄືຄວາມຄືບໜ້າໃນການພົວພັນລະຫວ່າງ ຫວຽດນາມ -  ຈີນ.

        ກ່ຽວກັບການພົວພັນພາຍໃນ ແລະ ຕ່າງປະເທດຂອງຈີນ, ທ່ານນາງ ຢິນຮາຍຮົງ ໃຫ້ຮູ້ວ່າ: ຈີນ ມີຄວາມເຊື່ອໝັ້ນຕົນເອງກ່ຽວກັບອະນາຄົດແຫ່ງການພັດທະນາຂອງປະເທດຊາດພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ.

        ກ່ຽວກັບການພົວພັນກັບ ຫວຽດນາມ, ທ່ານນາງ ຢິນຮາຍຮົງ ຢັ້ງຢືນວ່າ:

        “ຫວຽດນາມ ແມ່ນປະເທດຖານບ້ານໃກ້ເຮືອນຄຽງ ສະໜິດສະໜົມຂອງຈີນ. ຈີນ ຍາມໃດກໍ່ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ. ມີ 2 ຕົວຢ່າງທີ່ຂ້າພະເຈົ້າຢາກເວົ້າເຖິງ, ນັ້ນແມ່ນພາຍຫຼັງກອງປະຊຸມໃຫຍ່ພັກກອມມູນິດ ຈີນ ຄັ້ງທີ 19, ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ເລືອກ ຫວຽດນາມ ແມ່ນປະເທດມາຢ້ຽມຢາມທຳອິດ. ສິ່ງດັ່ງກ່າວສະແດງໃຫ້ເຫັນການຖືເປັນສຳຄັນຂອງພັກ ແລະ ລັດຖະບານຈີນ ສຳລັບ ຫວຽດນາມ. ແລະ ຫຼັງຈາກນັ້ນ, ທ່ານ ຫວາງອີ, ກຳມະການລັດຖະບານ ທັງເປັນລັດຖະມົນຕີການຕ່າງປະເທດ ຈີນ ກໍ່ໄດ້ໄປຢ້ຽມຢາມ ຫວຽດນາມ, ນັ້ນກໍ່ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳລັດຖະບານ ຊຸດໃໝ່ ໄປຢ້ຽມຢາມ ຕ່າງປະເທດ. ການຢ້ຽມຢາມ 2 ຄັ້ງນີ້ ກໍ່ສະແດງໃຫ້ເຫັນ ຈີນ ຖືເປັນສຳຄັນການພົວພັນລະຫວ່າງ 2 ພັກ, 2 ລັດພວກເຮົາ.”

ຕອບກັບ

ຂ່າວ/ບົດ​ອື່ນ