ຈີນ ຫວັງວ່າ ອາເມລິກາ ຈະສ້າງເງື່ອນໄຂປະຕິບັດຂໍ້ຕົກລົງດ້ານການຄ້າໄລຍະທີ 1

(VOVWORLD) -ປັກກິ່ງ ຫວັງວ່າ ວໍຊິງຕັນ ຈະຢຸດຕິ “ການກະທຳຈຳກັດ ແລະ ຈຳແນກການປະພຶດ” ກັບບັນດາບໍລິສັດຂອງຈີນ, ພ້ອມທັງສ້າງເງື່ອນໄຂເພື່ອປະຕິບັດຂໍ້ຕົກລົງດ້ານການຄ້າໄລຍະທີ 1.
ຈີນ ຫວັງວ່າ ອາເມລິກາ ຈະສ້າງເງື່ອນໄຂປະຕິບັດຂໍ້ຕົກລົງດ້ານການຄ້າໄລຍະທີ 1 - ảnh 1(ພາບປະກອບ: AFP/TTXVN)

ວັນທີ 13 ສິງຫາ, ທ່ານ ຢຶນຂຸງບິນ, ຜູ້ຊ່ວຍວຽກລັດຖະມົນຕີການຄ້າຈີນ ໃຫ້ຮູ້ວ່າ, ປັກກິ່ງ ຫວັງວ່າ ວໍຊິງຕັນ ຈະຢຸດຕິ “ການກະທຳຈຳກັດ ແລະ ຈຳແນກການປະພຶດ” ກັບບັນດາບໍລິສັດຂອງຈີນ, ພ້ອມທັງສ້າງເງື່ອນໄຂເພື່ອປະຕິບັດຂໍ້ຕົກລົງດ້ານການຄ້າໄລຍະທີ 1.

        ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ ຢຶນຂຸງບິນ ເວົ້າວ່າ,ໂລກລະບາດໂຄວິດ-19 ແລະ ບັນດາມາດຕະການຄວບຄຸມການສົ່ງອອກຂອງອາເມລິກາ ເປັນສິ່ງຈະແຈ້ງແລ້ວວ່າໄດ້ສົ່ງຜົນສະທ້ອນເຖິງລະດັບການຊື້ຂອງຈີນ ສຳລັບສິນຄ້າ ແລະ ການບໍລິການຂອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ