ຈີນ, ອັງກິດ ຊຸກຍູ້ການພົວພັນ 2 ຝ່າຍໃນສັກກະລາດໃໝ່

(VOVWORLD) - ວັນທີ 01 ກຸມພາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ມີການເຈລະຈາກັບທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ທີ່ພວມຢ້ຽມຢາມຢູ່ ປັກກິງ,
ຈີນ, ອັງກິດ ຊຸກຍູ້ການພົວພັນ 2 ຝ່າຍໃນສັກກະລາດໃໝ່ - ảnh 1 ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ມີການເຈລະຈາກັບທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May (ພາບ: Getty)

ໃນນັ້ນ ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບ ຊຸກຍູ້ ແລະ ຮັດແໜ້ນສາຍພົວພັນ 2 ຝ່າຍໃນສັກກະລາດໃໝ່.

        ທີ່ການເຈລະຈາ, ທ່ານປະທານປະເທດ ສີຈິ້ນຜິງ ເນັ້ນໜັກວ່າ: ສັນຕິພາບ, ການພັດທະນາ ແລະ ເລື່ອງ “ຮ່ວມມືເພື່ອຮ່ວມໄຊຊະນະ” ໄດ້ກາຍເປັນທ່າອ່ຽງນຳໜ້າພາທາງຂອງຍຸກສະໄໝ. ທ່ານກໍ່ຖືວ່າ: ຈີນ ແລະ ອັງກິດ ຄວນປະຕິບັດຕາມທ່າອ່ຽງຍຸກສະໄໝ, ເໝາະສົມກັບຄວາມຕ້ອງການຂອງແຕ່ລະໄລຍະພັດທະນາ ແລະ ການຮ່ວມມື 2 ຝ່າຍ, ກໍ່ຄືເພີ່ມເຕີມຄວາມໝາຍໃໝ່ ໃນສາຍພົວພັນ 2 ຝ່າຍ ເພື່ອແນໃສ່ມຸ່ງໄປເຖິງການພົວພັນຂອງ “ສັກກະລາດຄຳ”.

        ເນັ້ນໜັກວ່າ ຈີນ ພ້ອມແລ້ວທີ່ຈະຮ່ວມມືກັບ ອັງກິດ ເພື່ອຊຸກຍູ້ການພົວພັນ 2 ຝ່າຍໃຫ້ພັດທະນາຢ່າງແຂງ ແລະ ໝັ້ນຄົງໃນສັກກະລາດໃໝ່, ທ່ານປະທານປະເທດ ສີຈິ້ນຜິງ ໄດ້ຍົກອອກ 4 ຂໍ້ສະເໜີ ເພື່ອຊຸກຍູ້ການພັດທະນາຂອງສາຍພົວພັນ ຈີນ - ອັງກິດ ໃນອະນາຄົດ.

        ສ່ວນທ່ານນາງນາຍົກລັດຖະມົນຕີ ອັງກິດ ໄດ້ສະແດງຄວາມເຊື່ອໝັ້ນວ່າການຢ້ຽມຢາມ ຈີນ ຄັ້ງນີ້ ຈະຊ່ວຍຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທົ່ວໂລກລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ