(VOVWORLD) - ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53, ທີ່ກອງປະຊຸມ ອາຊຽນ - ຈີນ, 2 ຝ່າຍໄດ້ເຫັນດີເປັນເອກະພາບໂດຍຖືວ່າ: ການພົວພັນລະຫວ່າງ ອາຊຽນ ແລະ ຈີນ ນັບມື້ນັບສະໜິດຕິດພັນຢ່າງໃກ້ຊິດ, ເປັນຕົ້ນແມ່ນເມື່ອເກີດໂລກລະບາດໂຄວິດ-19 .
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ (ພາບ: TTXVN) |
ກອງປະຊຸມກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ປາດຖະໜາຢາກໃຫ້ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໄດ້ຮັບການຜັນຂະຫຍາຍໂດຍໄວ. ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປີນ Teodoro L. Locsin Jr ເນັ້ນໜັກວ່າ:
“ການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນ ແມ່ນສຳຄັນທີ່ສຸດໃນສະພາບການໂລກລະບາດໂຄວິດ-19 ສົ່ງຜົນສະທ້ອນຕໍ່ພາກພື້ນ. ທະເລຕາເວັນອອກມີສະຖຽນລະພາບແມ່ນນອນຢູ່ໃນຄວາມມຸ່ງມາດປາດຖະໜາລວມ ແລະ COC ມີປະສິດທີຜົນ ແລະ ແທດຈິງ ນັ້ນ ຈະປະກອບສ່ວນເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ. ດ້ວຍຖານະເປັນປະເທດປະສານງານ, ຟີລິບປີນ ຮຽກຮ້ອງໃຫ້ບັນດາປະເທດເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກົດໝາຍວ່າດ້ວຍທະເລ ປີ 1982 (UNCOLS 1982)”
ສ່ວນທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ ກໍ່ເນັ້ນໜັກວ່າ ຈີນ ແລະ ອາຊຽນ ໄດ້ພ້ອມກັນໃຫ້ຄຳໝັ້ນສັນຍາປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເລິກເຊິ່ງກ້ວາງຂວາງ ແລະ ມີປະສິດທິຜົນ, ຊອກຫາວິທີການ ເພື່ອແນໃສ່ຊຸກຍູ້ວິວັດທະນາການເຈລະຈາ COC ເພື່ອສາມາດກ້າວໄປເຖິງການສ້າງ COC ໃຫ້ສຳເລັດ ຕາມຫຼັກການເຫັນດີເຫັນພ້ອມໃນເວລາໄວທີ່ສຸດ ເພື່ອເປົ້າໝາຍສັນຕິພາບ ແລະ ສະຖຽນລະພາບຍາວນານໃນໃນພາກພື້ນ./.