ຈີນ - ອາເມລິກາ ມີຜົນປະໂຫຍດແຊກຊ້ອນກັນຢ່າງແໜ້ນແຟ້ນ

(VOVWORLD) - ຕອນບ່າຍວັນທີ 21 ສິງຫາ, ທີ່ການຖະແຫຼງຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດ ຈີນ, ທ່ານໂຄສົກ ເກີງສວງ ໄດ້ສືບຕໍ່ຢັ້ງຢືນເຖິງຄວາມສຳຄັນຂອງການພົວພັນລະຫວ່າງ ຈີນ ແລະ ອາເມລິກາ, ທ່ານເນັ້ນໜັກເຖິງລັກສະນະຊ່ວຍຊູກັນຂອງພື້ນຖານເສດຖະກິດ 2 ປະເທດ ກໍ່ຄືບັນດາຜົນປະໂຫຍດແຊກຊ້ອນຢ່າງແໜ້ນແຟ້ນລະຫວ່າງ 2 ຝ່າຍ.
ຈີນ - ອາເມລິກາ ມີຜົນປະໂຫຍດແຊກຊ້ອນກັນຢ່າງແໜ້ນແຟ້ນ - ảnh 1 ທ່ານ ເກີງສວງ ໂຄສົກກະຊວງການຕ່າງປະເທດ ຈີນ

        ທ່ານ ເກີງສວງ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ທາດແທ້ຂອງການພົວພັນດ້ານການຄ້າລະຫວ່າງ ຈີນ - ອາເມລິກາ ແມ່ນຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ພ້ອມກັນມີໄຊຊະນະ. ດ້ວຍບົດບາດເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງກັນ, 2 ປະເທດ ຈີນ ແລະ ອາເມລິກາ ມີຜົນປະໂຫຍດແຊກຊ້ອນຢ່າງແໜ້ນແຟ້ນ. ຖ້າຫາກວ່າ ມີແຕ່ຝ່າຍໜຶ່ງຝ່າຍດຽວມີຜົນປະໂຫຍດ ນັ້ນຈະບໍ່ມີສະພາບການພົວພັນດ້ານການຄ້າລະຫວ່າງ ຈີນ ແລະ ອາເມລິກາ ຮ່ວມມືກັນຢ່າງແໜ້ນແຟ້ນຄືປັດຈຸບັນ. ທ່ານ ເກີງສວງ ຖືວ່າ: ເລື່ອງ 2 ປະເທດຍັງມີການຂັດແຍ້ງກັນໃນຂົງເຂດການຄ້າ ບໍ່ມີອັນໃດທີ່ເປັນໜ້າວິຕົກກັງວົນ, ສຳຄັນແມ່ນ 2 ຝ່າຍສາມາດສືບຕໍ່ດຳເນີນການເຈລະຈາ ເພື່ອພ້ອມກັນຊອກຫາວິທີການແກ້ໄຂຮ່ວມກັນ.

ຕອບກັບ

ຂ່າວ/ບົດ​ອື່ນ