ຈີນ ຮຽກຮ້ອງ ຍີ່ປຸ່ນ ເຈລະຈາເພື່ອແກ້ໄຂການພິພາດ

ຈີນ ຮຽກຮ້ອງ ຍີ່ປຸ່ນ ເຈລະຈາເພື່ອແກ້ໄຂການພິພາດ - ảnh 1
​ໝູ່​ເກາະ​ ​ຕ້ຽວ​ອີ / Senkaku
(ພາບ: AP)

(vovworld) -     ວັນ​ທີ 20/9, ຈີນ​ຮຽກຮ້ອງ ຍີ່ປຸ່ນ​ໂອ້​ລົມ​ສົນທະນາ ​ແລະ ​ເຈລະຈາ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ອະ​ທິປະ​ໄຕ​ຢູ່​ໝູ່​ເກາະ​ ​ຕ້ຽວ​ອີ ​​ເຊິ່ງ ຍີ່ປຸ່ນ​ເອີ້ນ​ວ່າ Senkaku ​ຢູ່ທະ​ເລຮົວຕຸ​ງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂ່າວ​ປະຈຳ​ເດືອນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຮຸງ​ເຫຼື​ຍ ​ໄດ້​ເນັ້ນ​ໜັກ​ວ່າ ຍາມ​ໃດ ປັກ​ກິ​ງ ກໍຢືດໝັ້ນວ່າ ​ບັນ​ຫາ​ທີ່​ກ່ຽວຂ້ອງ​ເຖິງ​ໝູ່​ເກາະ​ຕ້ຽວ​ອີ ຕ້ອງ​ໄດ້​ແກ້​ໄຂ​ຜ່ານ​ການ​ໂອ້ລົມ​ສົນທະນາ ​ແລະ ​ເຈລະຈາ. ຈີ​ນ ຈະ​ຮັກສາ​ການ​ຕິດ​ຕໍ່​ພົວພັນກັບ​ຝ່າຍ​ຍີ່ປຸ່ນ​ ​ໃນທຸກ​ຂັ້ນ ​ແລະ ອະທິບາຍ​ຫຼັກ​ໝັ້ນ​​ທາງ​ການ​ຂອງ​ຈີນ.

ໜັງສືພິມ Nihon Keizai, ຍີ່ປຸ່ນ, ວັນ​ທີ 20/9 ​ໄດ້ຄັດ​ຄຳ​ເວົ້າ​ຂອງ​ທ່ານຫົວໜ້າຫ້ອງ​ວ່າການລັດຖະບານຍີ່ປຸ່ນ Osamu Fujimura ​​ໂດຍໃຫ້​ຮູ້​ວ່າ ​ໂຕ​ກຽວ ຈະ​ຮຽກຮ້ອງ ປັກ​ກິ​ງ ​ໃຊ້​ຄ່າ​ເສຍ​ຫາຍ​ຢູ່​ທູດ​ຍີ່ປຸ່ນ ຢູ່​ຈີນ, ​ຍ້ອນ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງຈີນ ກໍ​ຂຶ້ນ. ທ່ານ Fujimura ກໍ່​​ຖື​ວ່າ ບັນດາ​ຄວາມ​ຮຽກ​ຮ້ອງໃຊ້​ຄ່າ​ເສຍ​ຫາຍ ຂອງ​ບັນດາ​ວິ​ສາ​ຫະກິດ​ຂອງ​ຍີ່ປຸ່ນ ຢູ່ຈີນ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ຜ່ານ​ທາງ​ດ້ານ​ນິຕິ​ທຳ​ຂອງ​ຈີນ.

ຂ່າວ/ບົດ​ອື່ນ