ທ່ານ ຢາງເຈ້ຍຊື້ ລັດຖະມົນຕີການຕ່າງປະເທດ ຈີນ ແລະ ທ່ານ Netalegawa ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ
ພາບ: internet
|
(vovworld) - ວັນທີ 25/9, ຢູ່ນອກກອງປະຊຸມຂອງສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 67 ພວມດຳເນີນໄປຢູ່ນະຄອນ ນິວຢອກ ສະຫະລັດ ອາເມລິກາ, ທ່ານ ຢາງເຈ້ຍຊື້ ລັດຖະມົນຕີການຕ່າງປະເທດ ຈີນ ໄດ້ມີການເຈລະຈາກັບບັນດາຄູ່ຕຳແຫນ່ງຂອງອິນໂດເນເຊຍ, ລາວ ແລະ ມ້ຽນມາ. ທ່ານ ຢາງເຈ້ຍຊື້ ໄດ້ເນັ້ນຫນັກວ່າ ການພົວພັນສອງຝ່າຍ ລະຫວ່າງ ຈີນ ແລະ ອິນໂດເນເຊຍ ພວມຢູ່ໃນທ່າພັດທະນາຮອບດ້ານ ແລະ ຈີນ ພ້ອມແລ້ວຮ່ວມມືກັບ ອິນໂດເນເຊຍໃນການຊຸກຍູ້ສາຍພົວພັນນີ້ຍິ່ງກວ່າອີກ. ນອກນັ້ນ ທ່ານ ລັດຖະມົນຕີການຕ່າງປະເທດຈີນ ຂໍໃຫ້ເອົາໃຈໃສ່ເຖິງບັນດາປັດໄຈທີ່ຂາດຄວາມສະຖຽນລະພາບພວມນັບມື້ນັບເພີ່ມການນາບຂູ່ຕໍ່ຄວາມໝັ້ນຄົງຢູ່ພາກພື້ນ ອາຊີ - ປາຊີຟີກ ພ້ອມທັງຮຽກຮ້ອງການຮ່ວມມືໃນພາກພື້ນຕ້ອງຕິດພັນກັບຈຸດໝາຍພັດທະນາເສດຖະກິດ ແລະ ຊຸກຍູ້ສັນຕິພາບໃນພາກພື້ນ. ສ່ວນທ່ານ Netalegawa ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ຖືວ່າ: ຈີນ ຍັງຄົງຮັກສາສາຍພົວພັນອັນດີງາມກັບສະມາຊິກ ອາຊຽນ ແລະ ຢາກາກຕາ ພ້ອມແລ້ວທີ່ຈະ ຮ່ວມມືກັບ ປັກກິ່ງ ເພື່ອເພີ່ມພູນຄູນສ້າງສາຍພົວພັນຮ່ວມມືນີ້. ທີ່ການພົບປະກັບຮອງນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ, ທ່ານ ຢາງເຈ້ຍຊື້ ລັດຖະມົນຕີການຕ່າງປະເທດ ຈີນ ຢືນຢັນວ່າ: ຈີນ ພ້ອມແລ້ວ ຮ່ວມມືກັບ ສປປ ລາວ ຫັນບັນດາຄຳໝັ້ນສັນຍາກໍຄືຊຸກຍູ້ແຜນການດຳເນີນງານໃຫ້ປະກົດຜົນເປັນຈິງ ໂດຍອີງໃສ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ກ່າວຄຳເຫັນໃນວັນດຽວກັນທີ່ການຕ້ອນຮັບລັດຖະມົນຕີ ມ້ຽນມາ Wunna Maung Lwin, ທ່ານ ຢາງເຈ້ຍຊື້ ລັດຖະມົນຕີການຕ່າງປະເທດ ຈີນ ໄດ້ຕີລາຄາສູງບາດກ້າວໃຫມ່ຊຶ່ງສອງປະເທດບັນລຸໄດ້ໃນການຮ່ວມມືໃນຂົງເຂດການເມືອງ, ເສດຖະກິດ ແລະ ມະນຸດສະທຳ.