ຈີນ ແລະ ສປປ ເກົາຫລີ ປັບປຸງການພົວພັນ ມິດຕະພາບ

 ຈີນ ແລະ ສປປ ເກົາຫລີ ປັບປຸງການພົວພັນ     ມິດຕະພາບ - ảnh 1
ຄະນະ​ພົວພັນ​ຕິດ​ຕໍ່​ການ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ຢ້ຽມຢາມ ສປປ ​ເກົາຫລີ
ພາບ: internet

(vovworld) -  ຕອນ​ຄຳ່​ວັນ​ທີ 02/8 ຢູ່​ນະຄອນຫລວງ Pyongyang, ການ​ນຳ ສປປ ​ເກົາຫລີ Kim Jong Un ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ ຫວາງ​ເຈຍຣຸຍ ຫົວຫນ້າ​ຄະນະ​ພົວພັນ​ຕິດ​ຕໍ່​ການ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ພວມ​ຢູ່​ຢ້ຽມຢາມ ສປປ ​ເກົາຫລີ. ທີ່​ການ​ຕ້ອນຮັບ, ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ເລື່ອງ​ຮັດ​ແຫນ້ນ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ Kim Jong Un ຊີ້​ແຈງ​ວ່າ:  ສປປ ​ເກົາຫລີ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ ​ເພື່ອ​ນຳ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່. ສ່ວນ​ທ່ານ ຫວາງ​ເຈຍຣູຍ ​ໃຫ້​ຮູ້​ວ່າ: ພັກ​ກອມ​ມູນິດ​ຈີນ ​ແລະ ລັດຖະບານ​ຈີນ ຍາມ​ໃດ​ກໍ​ຖື​ການ​ພົວພັນ​ລະຫວ່າງ ຈີນ ​ແລະ ສປປ ​ເກົາຫລີ ​ແມ່ນ​ສາຍ​ພົວພັນ​ຍຸດ​ທະ​ສາດ, ຍາມ​​ໃດ​ກໍ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ. ຈີນ ພ້ອມ​ແລ້ວ​ພ້ອມ​ກັບ ສປປ ​ເກົາຫລີ ຮັກສາ​ການ​ພົວພັນ​ຂັ້ນສູງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ສອງ​ພັກ ​ແລະ ການ​ຮ່ວມ​ມື​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ