ຈັບຕົວຊົ່ວຄາວຜູ້ມີການກະທຳ “ໂຄສະນາຕ້ານລັດ ຫວຽດນາມ”
(VOVWORLD) -ຕຳຫຼວດສືບສວນຝ່າຍປ້ອງກັນຄວາມສະຫງົບສັງກັດກຳລັງຕຳຫຼວດນະຄອນຮ່າໂນ້ຍໄດ້ສົມທົບກັບບາງກົມກອງຂອງກະຊວງ ແລະ ຕຳຫຼວດນະຄອນໂຮ່ຈີມິນປະຕິບັດຕາມຄຳສັ່ງຈັບຕົວຜູຸ້ຖືກຫາເພື່ອກັກຂັງຊົ່ວຄາວ, ກວດຄົ້ນຢ່າງຮີບດ່ວນສຳລັບຜູ້ຖືກຫາຟ້າມທິດວານຈາງຢູ່ບ້ານ 10, ເມືອງ 3 ນະຄອນໂຮ່ຈີມິນ ດ້ວຍການກະທຳ “ໂຄສະນາຕ້ານລັດ ສສ.ຫວຽດນາມ”.
ຜູ້ຖືກຫາຟ້າມທິດວານຈາງ |
ຕາມຂ່າວກະຊວງຕຳຫຼວດຫວຽດນາມ ໃຫ້ຮູ້ເມື່ອວັນທີ 7 ຕຸລາວ່າ: ຕຳຫຼວດສືບສວນຝ່າຍປ້ອງກັນຄວາມສະຫງົບສັງກັດກຳລັງຕຳຫຼວດນະຄອນຮ່າໂນ້ຍໄດ້ສົມທົບກັບບາງກົມກອງຂອງກະຊວງ ແລະ ຕຳຫຼວດນະຄອນໂຮ່ຈີມິນປະຕິບັດຕາມຄຳສັ່ງຈັບຕົວຜູຸ້ຖືກຫາເພື່ອກັກຂັງຊົ່ວຄາວ, ກວດຄົ້ນຢ່າງຮີບດ່ວນສຳລັບຜູ້ຖືກຫາ ຟ້າມທິດວານຈາງ ຢູ່ບ້ານ 10, ເມືອງ 3 ນະຄອນໂຮ່ຈີມິນ ດ້ວຍການກະທຳ “ໂຄສະນາຕ້ານລັດ ສສ.ຫວຽດນາມ”.
ອົງການໄອຍະການປະຊາຊົນນະຄອນຮ່າໂນ້ຍໄດ້ອອກຂໍ້ຕົກລົງອະນຸມັດບັນດາຂໍ້ຕົກລົງຂອງກອງຕຳ ຫຼວດສືບສວນສຳລັບຜູ້ຖືກຫາດັ່ງກ່າວ.