ຈະຫຼຸດຂອບຂະໜາດພິທີສາບານຕົວເຂົ້າຮັບຕຳແໜ່ງປະທານາທິບໍດີອາເມລິກາຂອງ Joe Biden

(VOVWORLD) -ທ່ານ Joe Biden ແລະ ທ່ານ Kamala Hariis ທີ່ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍດີ ແລະ ຮອງປະທານາທິບໍດີອາເມລິກາ ຈະເຂົ້າພິທີສາບານຕົວຮັບຕຳແໜ່ງໃນວັນທີ 20 ມັງກອນ

ຈະຫຼຸດຂອບຂະໜາດພິທີສາບານຕົວເຂົ້າຮັບຕຳແໜ່ງປະທານາທິບໍດີອາເມລິກາຂອງ Joe Biden - ảnh 1 ທ່ານ Joe Bidenຫາ ກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍດີອາເມລິກາ

(ພາບ: AP)

 ຕາມປະເພນີທີ່ມີມາແຕ່ດົນນານຢູ່ອາເມລິກາ. ເຖິງຢ່າງໃດກໍ່ຕາມ, ຍ້ອນໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນ, ຂອບຂະໜາດຂອງການຈັດງານບຸນຈະຖືກຮັດແຄ້ບເຂົ້າຫຼາຍເທື່ອເມື່ອທຽບໃສ່ປົກກະຕິ. ໃນແຈ້ງການອອກວັນທີ 15 ທັນວາ, ຄະນະຈັດຕັ້ງໃຫ້ຮູ້ວ່າ, ພວມສົມທົບກັບຄະນະກຳມະການປະສົມສະພາແຫ່ງຊາດ ກ່ຽວກັບງານບຸນເພື່ອແນໃສ່ ທັງເຊີດຊູບັນດາມູນເຊື້ອສັກກະລະບູຊາຂອງປະເທດອາເມລິກາ ທັງປ້ອງກັນຄວາມປອດໄພໃຫ້ປະຊາຊົນອາເມລິກາ ແລະ ຫຼີກລ້ຽງການແຜ່ລະບາດຂອງໂລກລະບາດໂຄວິດ-19. ຄະນະກຳມະການດັ່ງກ່າວໃຫ້ຮູ້ວ່າ, ພິທີເຂົ້າສາບານຕົວຮັບຕຳແໜ່ງຮ່ວມຊື່ Joe Biden ຈະລວມມີຫຼາຍຂໍ້ກຳນົດຢ່າງແໜ້ນແຟ້ນດ້ານສາທາລະນະສຸກ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນອາເມລິກາ ບໍ່ໃຫ້ໄປຮ່ວມບັນດາເຫດການທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ