ຈຳນວນຄອບຄົວທຸກຍາກຂອງ ຫວຽດນາມ ໄດ້ຫລຸດລົງເກືອບ 38% ໃນ 20 ຜ່ານມາ
ຈຳນວນຜູ້ທຸກຍາກສ່ວນຫຼາຍແມ່ນຂຶ້ນກັບເຂດພູດອຍ
(ພາບປະກອບ)
(vovworld) – ກອງປະຊຸມລາຍງານ “ຕີລາຄາຄວາມທຸກຍາກຢູ່ ຫວຽດນາມ ໃນປີ 2012” ໂດຍທະນາຄານໂລກຈັດຕັ້ງ ໃນວັນທີ 20/9, ຢູ່ແຂວງ ທ໋າຍງວຽນ. ຕາມບົດລາຍງານ “ຕີລາຄາຄວາມທຸກຍາກຢູ່ ຫວຽດນາມ ໃນປີ 2012” ຂອງທະນາຄານໂລກ ໂດຍອີງໃສ່ມາດຖານທຸກຍາກໃໝ່ຂອງ ຫວຽດນາມ (ດ້ວຍລາຍຮັບ 2,25 USD/ຄົນ/ວັນ) ອັດຕາທຸກຍາກຂອງ ຫວຽດນາມ ໄດ້ຫລຸດຈາກ 58% ລົງເຫຼືອພຽງ 20% ໃນ 20 ປີທີ່ຜ່ານມາ ແລະ ຫວຽດນາມ ແມ່ນປະເທດມີເງື່ອນໄຂດຳລົງຊີວິດເປັນຢ່າງດີ. ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ: ຜົນສຳເລັດຂອງ ຫວຽດນາມ ໃນການຫລຸດຜ່ອນຄວາມທຸກຍາກໄດ້ສ້າງການທ້າທາຍໃໝ່. ນັ້ນແມ່ນບັນຫາສຳພັດກັບບັນດາຜູ້ທຸກຍາກທີ່ຍັງເຫຼືອຍາກ, ເຂົາເຈົ້າຖືກຕົກເປັນໂດດດຽວ, ຖືກຈຳກັດດ້ານຊັບສົມບັດ, ລະດັບຄວາມຮູ້ຕຳ່, ສຸຂະພາບອ່ອນເພຍ ແລະ ລະດັບຄວາມຄືບໜ້າໃນການຫຸດຜ່ອນຄວາມທຸກຍາກບໍ່ເໝາະສົມກັບລະດັບເຕີບໂຕເສດຖະກິດກິດອີກ ຍ້ອນການຫັນປ່ຽນຢ່າງວ່ອງໄວກ່ຽວກັບກົນໄກ ແລະ ວິວັດການຂ້າມຜ່ານຫັນເປັນພື້ນຖານເສດຖະກິດການຕະຫຼາດຂອງ ຫວຽດນາມ ໄດ້ນຳມາເຊິ່ງບັນດາຮູບແບບພັດທະນາໃໝ່ກັບການທ້າທາຍໃໝ່ໃນວຽກງານຫລຸດຜ່ອນຄວາມທຸກຍາກ.