ຊາວຂໍຫຼົບໄພຢູ່ ແບກແລງ
|
(vovworld) - ຈຳນວນຊາວອົບພະຍົບໄປເຖິງ ເອີລົບ ຜ່ານທາງທະເລຕົ້ນຕໍໃນປີ 2016 ໄດ້ຫລຸດລົງເກືອບ 2/3 ເມື່ອທຽບໃສ່ປີ 2015, ເຫຼືອພຽງ 364.000 ຄົນ. ວັນທີ 6/1, ອົງການຄຸ້ມຄອງເຂດຊາຍແດນສະຫະພາບເອີລົບ (EU) ຖືວ່າ ນີ້ແມ່ນໝາກຜົນຂອງການຜັນຂະຫຍາຍຂໍ້ຕົກລົງກ່ຽວກັບບັນຫາຊາວອົບພະຍົບລະຫວ່າງ ອີຢູ ແລະ ຕວກກີ ທີ່ໄດ້ລົງນາມໃນເດືອນ 3/2016. ຕາມຂໍ້ຕົກລົງລະຫວ່າງ ຕວກກີ ແລະ ອີຢູ, ຊາວອົບພະຍົບໄປເຖິງ ອີຢູ ບໍ່ມີເງື່ອນໄຂຢ່າງພຽງພໍເພື່ອຂໍຫຼົບໄພ ຈະໄດ້ສົ່ງກັບຄືນເຖິງຕວກກີ. ແທນທີນັ້ນ, ອານກາຣາ ໄດ້ຮຽກຮ້ອງ ອີຢູ ໜູນຊ່ວຍດ້ານການເງິນ ແລະ ຕ້ອນຮັບບັນດາຊາວຫຼົບໄພ ຊີຣີ ຈາກຕວກກີ ຕາມກົນໄກ “ໜຶ່ງປ່ຽນໜຶ່ງ”. ຂໍ້ຕົກລົງນີ້ລວມມີຈຳນວນເງິນຊ່ວຍເຫຼືອນັບຕື້ຶ້ USD ແລະ ຍົກເວັ້ນວີຊາເຂົ້າເມືອງໃຫ້ພົນລະເມືອງ ຕວກກີ ເຂົ້າ ອີຢູ.