(ພາບປະກອບ)
(vovworld) – ຕາມຕົວເລກຈາກກົມໃຫຍ່ສະຖິຕິ ຫວຽດນາມ, ຈຳນວນນັກທ່ອງທ່ຽວສາກົນເຂົ້າມາ ຫວຽດນາມ ໃນເດືອນ 11/2015 ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ເດືອນ 10/2015 ແລະ ເພີ່ມຂຶ້ນກ່ວາ 20% ເມື່ອທຽບໃສ່ໄລຍະດຽວກັນປີ 2014. ໄລ່ຮອດປະຈຸບັນ, ຄາດວ່າຍອດຈຳນວນນັກທ່ອງທ່ຽວເຂົ້າມາ ຫວຽດນາມ ໄດ້ບັນລຸກ່ວາ 7 ລ້ານເທື່ອຄົນ. ໃນ 11 ເດືອນຕົ້ນປີ 2015, ຈຳນວນນັກທ່ອງທ່ຽວໄດ້ມາຈາກ ມີ 15 ປະເທດເຊັ່ນ: ຮົ່ງກົງ (ຈີນ), ສ.ເກົາຫຼີ, ສິງກະໂປ, ໄຕຫວັນ (ຈີນ), ອາເມລິກາ, ໂປແລນ ເພີ່ມຂຶ້ນ. ນັກທ່ອງທ່ຽວສາກົນມາຈາກ 5 ປະເທດ ເອີລົບຕາເວັນຕົກ (ອັງກິດ, ຝະລັ່ງ, ເຢຍລະມັນ, ອີຕາລີ, ແອັດສະປາຍ) ຊຶ່ງນອນໃນເປົ້າໝາຍຍົກເວັ້ນວີຊາກໍເພີ່ມຂຶ້ນຫລາຍພໍສົມຄວນ. ບັນລຸໄດ້ໝາກຜົນຄືດັ່ງກ່າວ ແມ່ນຍ້ອນຂະແໜງທ່ອງທ່ຽວ ຫວຽດນາມ ພວມເຂົ້າສູ່ລະດູທ່ອງທ່ຽວຈຸດສູງສາກົນ ແລະ ນະໂຍບາຍຍົກເວັ້ນວີຊາ.