ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນກ້າວເຂົ້າສູ່ລວງເລິກ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນກ້າວເຂົ້າສູ່ລວງເລິກ - ảnh 1
ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ເຮັດ​ວຽກ​ຢູ່ ເຢຍ​ລະ​ມັນ
(ພາບ: Mạnh Hùng/Vietnam+)


(vovworld) –  ​ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່ ເຢຍ​ລະ​ມັນ, ວັນ​ທີ 30/6, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ແນວ​ໂຮມ​ປະ​ເທດ​ຊ​າດ ຫວຽດ​ນາມ ໂດຍ ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ນຳ​ໜ້າ, ມີ​ການ​ປຶກ​ສາ​ຫາ​ລື​ກັບ​ວົງ​ການ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ການ​ນຳ​ສະ​ພາ​ແຫ່ງ​ຊາດ ເຢຍ​ລະ​ມັນ ເພື່ອ​ແນ​ໃສ່​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ທີ່​ການ​ພົບ​ປະ, 2 ຝ່າຍ​ເຊື່ອ​ໝັ້ນ​ວ່າ: ວົງ​ເງິນ​ການ​ຄ້າ  2 ສົ້ນ, ປະ​ຈຸ​ບັນ​ແມ່ນ​ເກືອບ 8 ຕື້ USD ຈະ​ສືບ​ຕໍ່​ຍົກ​ສູງຂຶ້ນ​ອີ​ກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​. 2 ຝ່າຍກໍ່​ໄດ້​ແລກ​ປ່ຽນ, ແບ່ງ​ປັນ​ບັນ​ດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ສິດ​ທິ​ມະ​ນຸດ, ​ເສ​ລີ​​ພາບທາງ​ສາ​ສະ​ໜາ ແລະ ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ຫວຽດ​ນາມ ແລະ ເຢ​ຍ​ລະ​ມັນ ກໍ່​ຢັ້ງ​ຢືນ​ຈະ​ສົມ​ທົບ​ກັ​ນ​ເພື່ອ​ຊຸກ​ຍູ້ ແລະ ເສີ​ມ​ຂະ​ຫຍາຍ​ທີ່​ຕັ້ງ, ບົດ​ບາດ​ຂອງ ເຢຍ​ລະ​ມັນ, ປະ​ເທດ​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ຢູ່​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ), ແລະ ຫວຽດ​ນາມ, ປະ​ເທດ​ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ກຸ່ມ ອາ​ຊຽນ. ສິ່ງ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ຍູ້​ແຮງ​ການ​ເຂົ້າ​ຮ່ວມ​ຂອງ ເຢຍ​ລະ​ມັນ​ເຂົ້າ​​ໃນວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ຂອງ ອາ​ຊຽນ ​ເວົ້າສະ​ເພາະ ແລະ ຂອງ ອາ​ຊີ ເວົ້າ​ລວມກໍ່​ຄື​ການ​ເຂົ້າ​ຮ່ວມ​ຂອງ ຫວຽດ​ນາມ ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ ອີ​ຢູ. ຝ່າຍ ເຢຍ​ລະ​ມັນ​ສະ​ແດງ​ຄວາມ​ຫວັງ​ອາດ​ຈະ​ເຊັ​ນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອີ​ຢູ (EVFTA) ໃນ​ປີນີ້, ຜ່ານນັ້ນ​ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ ຫວຽດ​ນາມ ເຂົ້າ​ຕະຫຼາດ ອີ​ຢູ ຫຼາຍກ່​ວາ​ອີກ.  

        ຕອນ​ຄ່ຳ​ວັນ​ທີ 30/6, ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ ແບກ​ແລງ, ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ເປັນ​ເວ​ລາ 3 ມື້​ຢູ່ ເຢຍ​ລະ​ມັນ​ຢ່າງ​ຈົບ​ງາມ.

ຂ່າວ/ບົດ​ອື່ນ