ຊຸກຍູ້ການພົວພັນມິດຕະພາບປະຊາຊົນຫວຽດນາມ ແລະ ອາເມລິກາ
ຜູ້ຕາງໜ້າສະມາຄົມຫວຽດນາມ- ອາເມລິກາ
ແລະ ອົງການຂໍ້ລິເລີ່ມແຫ່ງຫົວໃຈຂອງຜູ້ເປັນນັກຮົບອາເມລິກາ ຖ່າຍຮູບເປັນທີ່ລະນຶກເມື່ອເດືອນ 1/2013
|
(Vovworld-) ວັນທີ 19/9, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະມາຄົມຫວຽດນາມ- ອາເມລິກາ ບຸຍເທ້ຢາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອົງການຂໍ້ລິເລີ່ມແຫ່ງຫົວໃຈຂອງຜູ້ເປັນນັກຮົບອາເມລິກາ ຊຶ່ງລວມມີສະມາຊິກ 11 ຄົນ ໂດຍທ່ານ Edward Tick ປະທານອົງການດັ່ງກ່າວນຳໜ້າ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມແຕ່ວັນທີ 5-26/9/2013. ທີ່ການຕ້ອນຮັບ, ທ່ານຮອງປະທານສະມາຄົມຫວຽດນາມ- ອາເມລິກາ ບຸຍເທ້ຢາງ ປາດຖະໜາວ່າ ການມາຢ້ຽມຢາມຫວຽດນາມຄັ້ງນີ້ ຈະຊ່ວຍ ຄະນະຜູ້ແທນອົງການຂໍ້ລິເລີ່ມແຫ່ງຫົວໃຈຂອງຜູ້ເປັນນັກຮົບອາເມລິກາ ເພີ່ມຄວາມເຂົ້າໃຈກ່ຽວກັບປະຫວັດສາດ, ປະເທດຊາດ , ປະຊາຊົນ ແລະ ສະພາບການຫວຽດນາມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ອາເມລິກາ. ສ່ວນທ່ານ Edward Tick ປະທານອົງການ ຂໍ້ລິເລີ່ມແຫ່ງຫົວໃຈຂອງຜູ້ເປັນນັກຮົບອາເມລິກາ ໄດ້ແຈ້ງໃຫ້ຊາບຈຸດປະສົງຂອງການຢ້ຽມຢາມຫວຽດນາມຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ບັນດາຂໍ້ລິເລີ່ມ, ຈັດຕັ້ງການພົບປະແລກປ່ຽນວັດທະນະທຳ, ປະກອບສ່ວນເພີ່ມຄວາມເຂົ້າໃຈລະຫວ່າງປະຊາຊົນຫວຽດນາມ ແລະ ອາເມລິກາເວົ້າລວມ ກໍຄືຮຳບາດແຜສົງຄາມ ແລະໄກ່ເກ່ຍລະຫວ່່າງອະດີດນັກຮົບຂອງ 2 ປະເທດເວົ້າສະເພາະ...