ຊຸກຍູ້ການພົວພັນມິດຕະພາບຫວຽດນາມ - ສ.ເກົາຫຼີ

ຊຸກຍູ້ການພົວພັນມິດຕະພາບຫວຽດນາມ - ສ.ເກົາຫຼີ - ảnh 1
ສະ​ເຫຼີ​ມສະຫຼອງວັນສະຖາປະນາ​ຄັ້ງ​ທີ 4345 ສ.​ເກົາຫຼີ
(ພາບ: phunuonline.com.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 04 ຕຸລາ, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ - ສ.​ເກົາຫຼີ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ຕິ​ທີ​ສະ​ເຫຼີ​ມສະຫຼອງວັນສະຖາປະນາ​ ສ.​ເກົາຫຼີ ຄັ້ງ​ທີ 4345. ທີ່​ພິທີ, ບັນດາ​ຜູ້​ແທນ​ໄດ້​ຫວນ​ຄືນ​ໄລຍະ​ 20 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງຫວຽດນາມ - ສ.​ເກົາຫຼີ. ​ເຖິງ​ວ່າ​ແມ່ນ​ໄລຍະ​ເວລາບໍ່​ດົນປານໃດ​ເມື່ອ​ທຽບ​ໃສ່​ປະຫວັດ​ສາດນັບ​ພັນ​ປີ​ຂອງ​ແຕ່ລະ​ປະ​ເທດກໍ່ຕາມ, ​ແຕ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ດີງາມ, ​ກາຍ​ເປັນ​ແບບຢ່າງ​ໃນ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ພາກ​ພື້ນ... ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Oh Jea Jack, ຫົວໜ້າ​ກົງ​ສູນ​ໃຫຍ່​ສ.​ເກົາຫຼີ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ.

        “​​ໃນ​ໄລຍະ 2 ປີ​​ທີ່ເປັນ​ຫົວ​ໜ້າ​ກົງ​ສູນ​ໃຫຍ່​ສ.​ເກົາຫຼີ ປະຈຳ​ນະຄອນ​ໂຮ່ຈິ​ມິນ, ຂ້າພະ​ເຈົ້າ​ເຫັນ​ວ່າ ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລ​ກປ່ຽນ​ໃນ​ທຸກ​ຂົງ​ເຂດລະຫວ່າງ​ສ.​ເກົາຫຼີ ​ແລະ ຫວຽດນາມ ນັບ​ມື້​ນັບ​​ແໜ້ນ​ແຟ້ນ​ ​ແລະ ​ເລີກ​ເຊິ່ງ. ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ ແມ່ນຍ້ອນ​ມີຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ປະຊາຊົນ, ວິ​ສາ​ຫະກິດ ​ແລະ ລັດຖະບານ 2 ປະ​ເທດ. ທີ່​ນະຄອນ​ໂຮ່ຈິ​ມິນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ໄດ້​ເປັນ​ຂົວ​ເຊື່ອມ​ຕໍ່​​ໃຫ້​ແກ່ການ​ພົບ​ປະ​ແລກປ່ຽນ ​ແລະ ການຮ່ວມ​ມື​ລະຫວ່າງ​ຊາວ​ນະຄອນ ​ແລະ ປະຊາຊົນ​ ສ.​ເກົາ​ຫຼີ ຢ່າງ​ແທດ​ຈິງ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງເຂົ້າ​ໃນ​ການ​ພັດທະນາ​ລະຫວ່າງ 2 ປະ​ເທດ​.”

        ປະຈຸ​ບັນ, ສ.​ເກົາຫຼີ ​ແມ່ນ​ຄູ່​ຮ່ວມ​ມື​ໃຫຍ່​ອັນ​ດັບ 4 ກ່ຽວ​ກັບ​ດ້ານ​ການ​ຄ້າ​ຂອງ​ຫວຽດນາມ. ​ໄລ່ສະ​ເພາະປີ 2012, ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ​ໄດ້ 21 ຕື້ USD ​ແລະ 2 ປະ​ເທດ​ພວມສູ້​ຊົນ​ບັນລຸ​​ໃຫ້ໄດ້ຈຸດໝາຍ 70 ຕື້ USD ​ໃນ​ປີ 2020.

ຂ່າວ/ບົດ​ອື່ນ