ຊຸກຍູ້ການພົວພັນມິດຕະພາບແລະການຮ່ວມມືລະຫວ່າງສອງລັດແລະປະຊາຊົນສອງປະເທດຫວຽດນາມ-ເກຼັກ
ທ່ານເລຂາທິການ ໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບທ່ານ ເລຂາທິການໃຫຍ່ ພັກກອມມູນິດ ເກຼັກ Dimitris Koutsoumpas
ພາບ:TTXVN
|
(vovworld)- ໂດຍໄດ້ຮັບຄຳເຊີນຂອງສູນກາງພັກກອມມູນິດຫວຽດນາມ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເກຼັກ ໂດຍທ່ານ ເລຂາທິການໃຫຍ່ Dimitris Koutsoumpas ເປັນຫົວຫນ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມແຕ່ວັນທີ 9- 15/7/2016. ຕອນບ່າຍວັນທີ 11/7, ຢູ່ສຳນັກງານສູນກາງພັກ, ທີ່ການຕ້ອນຮັບຄະນະ, ທ່ານເລຂາທິການ ໃຫຍ່ ຫງວຽນຟູຈ້ອງ ໄດ້ເນັ້ນຫນັກວ່າ ພັກກອມມູນິດ ເກຼັກ ຍາມໃດກໍຖືການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີສະຫນິດຕິດພັນກັບພັກກອມມູນິດຫວຽດນາມເປັນສຳຄັນ ແລະ ປາດຖະຫນາຢາກສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ແລະ ປະຊາຊົນສອງປະເທດໃນໄລຍະຜ່ານມາ. ກ່ຽວກັບສະພາບການຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ທ່ານເລຂາທິການໃຫຍ່ ພັກກອມມູນິດ ເກຼັກ ຢືນຢັນ ທັດສະນະ ຄວນເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ, ສະຫນັບສະຫນູນການແກ້ໄຂຄວາມຂັດແຍ້ງຢູ່ທະເລຕາເວັນອອກໂດຍສັນຕິວິທີ, ສອດຄອ່ງກັບກົດໝາຍສາກົນ. ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເກຼັກ ໄດ້ເຈລະຈາກັບຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານຮວ່າງບີງກວຮ, ກຳມະການສູນກາງພັກ, ຫົວຫນ້າຄະນະພົວພັນກັບຕ່າງປະເທດສູນກາງ ເປັນຫົວຫນ້າຄະນະ.