ທ່ານ Vladimir Anatolirvich Goshin, ເອກອັກຄະລັດຖະທູດ ເບລາຣຸດ ແລະ ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ
|
(vovworld) – ວັນທີ 13/3/2017, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Vladimir Anatolirvich Goshin, ເອກອັກຄະລັດຖະທູດ ເບລາຣຸດ ປະຈຳ ຫວຽດນາມ. ທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ ໄດ້ສະເໜີໃຫ້ສະຖານທູດ ເບລາຣຸດ ສືບຕໍ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ເບລາຣຸດ ພັດທະນາຂະຫຍັນຂັນເຄື່ອນ, ແທດຈິງບົນພື້ນຖານບັນດາເອກະ ຮ່ວມມືທີ່ໄດ້ລົງນາມຢູ່ແລ້ວ. ທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ ຫວັງວ່າ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ, ວິທະຍາສາດເຕັກນິກ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ. ຫວຽດນາມ ຊົມເຊີຍ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍການຈັດຕັ້ງຊຸມວັນວັດທະນະທຳ ເບລາຣຸດ ຢູ່ ຮ່າໂນ້ຍ ແລະ ລາວກາຍ ໃນເດືອນ 5/2017 ໃຫ້ປະສົບຜົນສຳເລັດ.
2 ຝ່າຍເນັ້ນໜັກວ່າປີ 2017, ຫວຽດນາມ ແລະ ເບລາຣຸດ ສະເຫຼີມສະຫຼອງ 25 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ. 2 ຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນເພື່ອເພີ່ມທະວີການພົວພັນທາງດ້ານການເມືອງທີ່ເປັນໜ້າໄວ້ເນື້ອເຊື່ອໃຈລະຫວ່າງ 2 ປະເທດຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ ແລະ ຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ 2 ປະເທດ.