ຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ - ອາເມລິກາ ກ່ວາອີກ

(VOVWORLD) - ວັນທີ 28 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ
ຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ - ອາເມລິກາ ກ່ວາອີກ - ảnh 1 ທີ່ການຕ້ອນຮັບ (ພາບ: ຕ໋ວນແອງ)

ໄດ້ໃຫ້ການຕ້ອນຮັບຄະນະປະທານອະນຸກຳມະການອາຊີຕາເວັນອອກ - ປາຊີຟິກ ແລະ ນະໂຍບາຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດສາກົນສັງກັດກຳມາທິການການຕ່າງປະເທດສະພາສູງ ອາເມລິກາ ໂດຍສະມາຊິກສະພາສູງ ທ່ານ Cory Gardner ເປັນຫົວໜ້າຄະນະ ທີ່ພວມມີການຢ້ຽມຢາມ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ສະເໜີວ່າ 2 ຝ່າຍເພີ່ມທະວີການຮ່ວມມືຢູ່ບັນດາອົງການພາກພື້ນ, ໃນນັ້ນ ເອົາໃຈໃສ່ເຖິງເລື່ອງປັບປຸງບົດບາດເປັນໃຈກາງ ແລະ ຮັກສາຄວາມສາມັກຄີ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ ພັດທະນາແບບຍືນຍົງ, ມີປະສິດທິຜົນ.

        ສ່ວນທ່ານ  Cory Gardner ໃຫ້ຮູ້ວ່າ: ດ້ວຍຖານະບົດບາດເປັນປະທານອະນຸກຳມະການອາຊີຕາເວັນອອກ - ປາຊີຟິກ ກຳມາທິການການຕ່າງປະເທດສະພາສູງ ອາເມລິກາ, ຈະຊຸກຍູ້ການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບກ່ວາອີກ, ແບ່ງປັນບົດຮຽນສ້າງນິຕິບັນຍັດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ. ທ່ານ Cory Gardner ຢືນຢັນວ່າ: ສືບຕໍ່ຊຸກຍູ້ບັນດາຂໍ້ລິເລີ່ມ ແນໃສ່ເພີ່ມທະວີການພົວພັນລະຫວ່າງ ອາເມລິກາ ກັບພາກພື້ນ, ອາຊຽນ; ແລະ ສະເໜີ 2 ຝ່າຍສືບຕໍ່ສົມທົບກັນແກ້ໄຂບັນດາບັນຫາພາກພື້ນ ແລະ ສາກົນຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີການຮັກສາສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນ, ເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ