ຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນຫວຽດນາມ - ສ.ເຊັກໂກ ຢ່າງແຮງ

ຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນຫວຽດນາມ - ສ.ເຊັກໂກ ຢ່າງແຮງ - ảnh 1
ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ພົບ​ປະ​ກັບ​ປະ​ທານ​​ພັກ​ກອມ​ມູ​ນິດ ເຊັກ​ໂກ - Morava

(vovworld) – ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ສ. ເຊັກ​ໂກ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 11/4 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນສູງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ປະ​ທານ​ພັກ​ກອມ​ມູ​ນິດ ເຊັກ​ໂກ - Morava, ຮອງ​ປະ​ທານ​ສະ​ພາ​ຕ່ຳ Voj Tech Fillip. ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ຕີ​ລາ​ຄາ​ສູງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ພັກ​ກອມ​ມູ​ນິດ ເຊັກ​ໂກ - Morava ທີ່​ມີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ສະ​ພາ ແລະ ລັດ​ຖະ​ບານ ເຊັກ​ໂກ ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ ຫວຽດ​ນາມ ແລະ ສະ​ເໜີ​ວ່າດ​້ວຍ​ບົດ​ບາດ​ແມ່ນ​ພັກ​ການ​ເມືອງ​ໃຫຍ່​ສຸດ​ຂອງ ສ. ເຊັກ​ໂກ, ພັກ​ກອມ​ມູ​ນິດ ເຊັກ​ໂກ - Morava ສືບ​ຕໍ່​ສະ​ໜັ​ບ​ສະ​ໜູນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ຢ່າງ​ແຮງ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິ​ມ​ເງິນ ເນັ້ນ​ໜັກວ່າ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ພາກ​ພື້ນ ເອີ​ລົບ ຕາ​ເວັນ​ອອກ​ກາງ, ໃນ​ນັ້​ນ​ມີ ສ. ເຊັກ​ໂກ, ສະ​ໜັບ​ສະ​ໜູນ​ເພີ່ມ​ທະ​ວ​ີ​ການ​ພົວ​ພັນ​ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ກອມ​ມູ​ນິດ ເຊັກ​ໂກ - Morava ແລະ  ຖື​ວ່ານີ້​ແມ່ນ​ຊ່ອງ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ສຳ​ຄັນ, ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ 2 ປະ​ເທດ.

        ​ສ່ວນທ່ານ​ Voj Tech Fillip, ປະ​ທານ​ພັກກອມ​ມູ​ນິດ ເຊັກ​ໂກ - Morava ເນັ້ນ​ໜັກ​ວ່າ: ໄລ​ຍະ​ຈະ​ມາ​ເຖິງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເຊັກ​ໂກ ຈະ​ດຳ​ເນີນ​ການ​ຢ້ຽມ​ຢາມ​ທ​າງ​ລັດ​ຖະ​ກິດ​ເຖິງ ຫວຽດ​ນາມ​. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ເປີດ​​ບັນ​ດາ​ທິດ​ທາງ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ພ້ອມ​ທັງ​ຢັ້ງ​ຢືນວ່າ: ພັກກອມ​ມູ​ນິດ ເຊັກ​ໂກ - Morava ແມ່ນ​ບັນ​ດາ​ເພື່ອນ​ມິດ​ທີ່​ສະ​ໜິດ​ສະ​ໜົມ, ເປັນໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ສຸດ​ຂອງ ຫວຽດ​ນາມ. ສຳ​ລັບ ສ. ເຊັກ​ໂກ​ແລ້ວ, ຍາມ​ໃດ​ກໍ່​ເຊື່ອ​ໝັ້ນ ແລະ ປາດ​ຖະ​ໜາ​ໄດ້​ຮັບ​ການ​ໜູນ​ຊ່ວຍ​​ຈາກ ຫວຽດ​ນາມ.

        ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ຕ້ອນ​ຮັບ​ການ​ນຳ​ຫ້ອງ​ການ​ເສດ​ຖະ​ກິດ ສ. ເຊັກ​ໂກ, ສະ​ມາ​ຄົມ Top ເຊັກ​ໂກ 100 ແລະ ວິ​ສາ​ຫະ​ກິດ​ເບຍ​ເຊ​ັກ​ໂກ.


ຕອບກັບ

ຂ່າວ/ບົດ​ອື່ນ