ຊຸກຍູ້ການພົວພັນຮ່ວມມື ລະຫວ່າງຫວຽດນາມ - ອິນເດຍ ຍິ່ງກວ່າອີກ
ທ່ານພົນເອກ ຟຸ່ງກວາງແທງ ຕ້ອນຮັບທ່ານນາງ Preeti Saran,
ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມອິນເດຍ ປະຈຳຫວຽດນາມ
(ພາບ: anninhthudo)
(vovworld) – ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາງ Preeti Saran, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມອິນເດຍ ປະຈຳຫວຽດນາມ ໃນຕອນບ່າຍວັນທີ 21 ຕຸລາ, ທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຖືວ່າ ກະຊວງຕຳຫຼວດຫວຽດນາມ ແລະ ສະຖານທູດອິນເດຍ ຄວນສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ຝ່າຍກວ່າອີກໃນບັນດາຂົງເຂດປ້ອງກັນຄວາມສະຫງົບພາຍໃນ; ແລກປ່ຽນຄະນະຜູ້ແທນຂັ້ນສູງເພື່ອປຶກສາສາລືມາດຕະການຮ່ວມມືບົນພື້ນຖານບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມຢູ່ແລ້ວ; ແລກປ່ຽນບົດຮຽນໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳເຕັກໂນໂລຊີສູງ, ອາດຊະຍາກຳຢາເສບຕິດ; ເພື່ອປັບປຸງ ແລະ ພັດທະນາການພົວພັນຮ່ວມມືອັນດີງາມລະຫວ່າງ 2 ປະເທດ. ທ່ານນາງເອກອັກຄະລັດຖະທູດ Preeti Saran ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ມີການປະກອບສ່ວນຫຼາຍກວ່າອີກເຂົ້າໃນການຊຸກຍູ້ການພົວພັນລະຫວ່າງອິນເດຍ ແລະ ຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງໃໝ່ ແລະ ນັບມື້ນັບມີປະສິດທິຜົນຢ່າງແທດຈິງເພື່ອສັນຕິພາບ, ຜົນປະໂຫຍດຂອງປະຊາຊົນ 2 ປະເທດ ກໍ່ຄືຂອງພາກພື້ນ ແລະ ຢູ່ໃນໂລກ.