ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ-ຕວກກີ

ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ-ຕວກກີ - ảnh 1

(ພາບປະກອບ:vccinews.vn)

(vovworld)- ກອງ​ປະຊຸມ​ສຳ​ມະ​ນາສາກົນ “ຫວຽດນາມ ​ແລະ ຕວກກີ​ ໃນ​ສະພາບ​ການ​ພັດທະນາ​ໃໝ່“ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-​ຕວກກີ ​ໄດ້​ຖືກ​ຈັດ​ຂຶ້ນ​ໃນຕອນ​ເຊົ້າວັນທີ 5/4, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ໂດ໋ດຶກດິ້ງ, ນັກຄົ້ນຄ້ວາ​ຂັ້ນສູງ, ສະຖາ​ບັນ​ຄົ້ນຄ້ວາ​ອາ​ຟິຼກກາ ​ແລະ ຕາເວັນອອກ​ກາງ​ຖື​ວ່າ: ​ເຖິງ​ເວລາ​ແລ້ວ​ທີ່​ຫວຽດນາມ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ​ໃຫ້​ບຸລິມະສິດ​ແກ່​ການ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ກັບ​ຕວກກີ. ຫວຽດນາມ ​ຄວນ​ພ້ອມ​ກັບ​ຕວກກີ ດຳ​ເນີນ​ການ​ເຈລະຈາ​ເພື່ອ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ຍິ່ງ​ໄວ​ກໍ່​ຍິ່ງ​ດີ. ບັນດາ​ນັກວິທະຍາສາດ​ໄດ້​ປຶກສາ​ຫາລື, ຍົກ​ອອກທ່າ​ໄດ້​ປຽບ​ເພື່ອ​ປຽບທຽບ, ​ເພີ່ມ​ເຕີມ, ຕີ​ລາຄາ,​ ສະ​​ເໜີ​ບັນດາ​ມາດ​ຕະການ​ເໝາະ​ສົມ​ເພື່ອ​ພັດທະນາ​ການ​ເຄື່​ອນ​ໄຫວ​ຮ່ວມ​ມື​ສອງ​ຝ່າຍ​ແຕ່​ນີ້​ຮອດ​ປີ 2020. ບັນດາ​ຂົງ​ເຂດ​ຄວນ​ໄດ້​ຮັບ​ການ​ບຸລິ​ມະສິດສົ່ງ​ເສີມ​ແມ່ນ​ການ​ຄ້າ​ ​ແລະ ການທ່ອງທ່ຽວ.

 

ຂ່າວ/ບົດ​ອື່ນ