(vovworld) – ໃນຂອບເຂດການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 68 ປີແຫ່ງວັນປະກາດເອກະລາດ ສ ອິນໂດເນເຊຍ (17/08/1945 – 17/08/2013), ຕອນເຊົ້າວັນທີ 20/8, ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ໄດ້ຈັດຕັ້ງງານລ້ຽງຮັບຕ້ອນແຂກ ຫວຽດນາມ ແລະ ສາກົນ. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Mayerfas ໄດ້ທົບທວນຄືນສະພາບການພົວພັນລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າ ລະຫວ່າງ 2 ປະເທດ. ທ່ານເອກອັກຄະລັດຖະທູດ Mayerfas ຢືນຢັນວ່າ: ການພົວພັນລະຫວ່າງ ອິນໂດເນເຊຍ - ຫວຽດນາມ ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ, ພິເສດແມ່ນນັບແຕ່ພາຍຫຼັງການຢ້ຽມຢາມທາງລັດຖະກິດອີນໂດເນເຊຍ ຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໃນເດືອນ 6 ຜ່ານມາ. 2 ປະເທດໄດ້ຍົກການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ນມິນ ໄດ້ເຫັນດີເຫັນພ້ອມຖືວ່າ: ນີ້ບໍ່ພຽງແຕ່ແມ່ນບາດກ້າວໃຫມ່ພາຍຫຼັງ 10 ປີແຫ່ງການຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານເທົ່ານັ້ນ ຫາກຍັງແມ່ນການໂຮມຍອດຍິ່ງຂອງມູນເຊື້ອການພົວພັນມິດຕະພາບ ແລະ ຮ່ວມມືອັນດີງາມລະຫວ່າງ 2 ປະເທດໃນເກືອບ 6 ທົດສະວັດຜ່ານມາ, ສ້າງກຳລັງໜູນໃໝ່ເພື່ອໃຫ້ການຮ່ວມມື 2 ຝ່າຍນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.