ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ເຢຍ​ລະ​ມັນ ແລະ ຫວຽດ​ນາມ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານ ປະລິນຍາເອກ Peter Tauber - ລັດຖະມົນຕີກະຊວງປ້ອງກັນປະເທດ ສາທາລະນະລັດ ສະຫະພັນ ເຢຍລະມັນ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມໂດຍທ່ານພົນໂທ ຫງວຽນຈີ໊ວິ້ງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າ, ໄດ້ມີການຢ້ຽມຢາມແລະ ເຮັດວຽກຢູ່ເຢຍລະມັນໃນລະຫວ່າງວັນທີ 10 – 15 ມິຖຸນາ.
ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ເຢຍ​ລະ​ມັນ ແລະ ຫວຽດ​ນາມ - ảnh 1ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Peter Tauber - ລັດຖະມົນຕີກະຊວງປ້ອງກັນປະເທດ ສາທາລະນະລັດ ສະຫະພັນ ເຢຍລະມັນ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ, ຕອນເຊົ້າວັນທີ 13 ມິຖຸນາ, ຄະນະຜູ້ແທນໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ. ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແບ່ງປັນທັດສະນະກ່ຽວກັບສະພາບການໃນໂລກ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ແຈ້ງໃຫ້ກັນຊາບກ່ຽວກັບສະພາບຄວາມໝັ້ນຄົງໃນພາກພື້ນ ເອີລົບ, ອາຊີ - ປາຊີຟິກ…

ຄະນະຫວຽດນາມໄດ້ປຶກສາຫາລືກັບຝ່າຍເຢຍລະມັນກ່ຽວກັບເລື່ອງເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງດ້ວຍຖານະທີ່ແມ່ນຄູ່ຮ່ວມມືຍຸດທະສາດຂອງກັນ. ກ່ຽວກັບການພົວພັນຫຼາຍຝ່າຍ, ເຢຍລະມັນໄດ້ສະແດງຄວາມປາດຖະໜາຢາກມີໜ້າຢູ່ເຂດ ອາຊີ - ປາຊີຟິກ, ໃນນັ້ນມີ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງສະແດງຄວາມຊົມເຊີຍ ຫວຽດນາມ ກາຍເປັນຄູ່ຮ່ວມມືດ້ານປ້ອງກັນຊາດກັບ EU ໂດຍໄວເພື່ອສັນຕິພາບ, ສະຖຽນລະພາບ, ພັດທະນາຂອງສອງປະເທດກໍ່ຄືການປະກອບສ່ວນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງບັນດາພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ