ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການໜັງສືພິມພັກຂອງນະຄອນໂຮ່ຈິມິນ ແລະ ກຸຍບາ
ໜັງສືພິມ Granma
(ພາບ: vietnamplus.vn)
(vovworld) – ຕອນຄໍ່າວັນທີ 10/07, ທ່ານນາງກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນທິທູຮ່າ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນໜັງສືພິມ Granma, ກະບອກສຽງຂອງພັກກອມມູນິດກຸຍບາ, ໂດຍທ່ານບັນນາທິການໃຫຍ່ Pelayo Terry Cuervo ນຳໜ້າ, ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິທູຮ່າ ຢືນຢັນວ່າ: ການພົວພັນລະຫວ່າງຫວຽດນາມ - ກຸຍບາ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດຄື ເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ… ທ່ານນາງ ຫງວຽນທິທູຮ່າ ສະແດງຄວາມຫວັງວ່າ ໜັງສືພິມ Granma ເຊື່ອມຕໍ່, ແລກປ່ຽນຂໍ້ມູນ, ວິຊາການກັບໜັງສືພິມ ໄຊງ່ອນຢາຍຟ໋ອງ (ບົດປ່ອຍໄຊ່ງ່ອນ; ກະບອກສຽງຂອງອົງຄະນະພັກນະຄອນໂຮ່ຈິມິນ) ກໍ່ຄືກັບໜັງສືພິມ ປະຊາຊົນ (ກະບອກສຽງຂອງສູນກາງພັກກອມມູນິດຫວຽດນາມ) ເພື່ອປະກອບສ່ວນເພີ່ມທະວີການພົວພັນລະຫວ່າງຫວຽດນາມ ກຸຍບາ ແລະ ລະຫວ່າງນະຄອນໂຮ່ຈິມິນ ກັບທ້ອງຖິ່ນຕ່າງໆຂອງກຸຍບາ ກວ່າອີກ. ທ່ານ Pelayo Terry Cuervo ສະແດງຄວາມເບີກບານມ່ວນຊື່ນຕໍ່ການພົວພັນແບບພິເສດລະຫວ່າງຫວຽດນາມ - ກຸຍບາ ທີ່ນັບມື້ນັບພັດທະນາ, ປັບປຸງ ແລະ ຢືນຢັນຢ່າງສະເໝີຕົ້ນສະເໝີປາຍວ່າ ເຖິງວ່າຈະຫ່າງໄກທາງດ້ານພູມສາດກໍ່ຕາມ ແຕ່ບໍ່ສາມາດສະກັດກັ້ນການພັດທະນາໃນການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໄດ້.