ຊຸກຍູ້ການຮ່ວມມືລະ ຫວ່າງນະຄອນໂຮ່ຈິມິນ ແລະ ລັດ Vermont

ຊຸກຍູ້ການຮ່ວມມືລະ ຫວ່າງນະຄອນໂຮ່ຈິມິນ ແລະ ລັດ Vermont  - ảnh 1

 (ພາບປະກອບ)

(vovworld)-​​​​ ​ ​ ​​ທີ່​ການ​ຕ້ອນຮັບ​ທ່ານ Peter Shumlin ຜູ້​ວ່າການ​ລັດ Vermont ປະ​ເທດ​ອາ​ເມ​ລິ​ກາ ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ, ທ່ານ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ ປຊຊ ນະຄອນ​ໂຮ່ຈິ​ມິນ ​ເນັ້ນໜັກ​ວ່າ, ດ້ວຍ​ທ່າ​ແຮງ​ດ້ານ​ການ​ຜະລິດ​ກະສິກຳ ​ແລະ ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ໃນ​ກະສິກຳ, ລັດ Vermont ສາມາດ​ຍູ້​ແຮງ​ການ​ຮ່ວມ​ມື​ກັບນະຄອນ​ໂຮ່ຈິ​ມິນ ​ໃນຂົງ​ເຂດ​ກະສິກຳ ກໍ່​ຄື​ແລກປ່ຽນ, ຊອກ​ຮູ້​ການ​ຮ່ວມ​ມື​ລົງ​ທືນ​ໃນ​ບັນດາ​ຂົງ​ເຂດ​ອື່ນ​ຄື: ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ, ສັງຄົມ….​ສ່ວນ​ທ່ານ Peter Shumlin ຜູ້​ວ່າການ​ລັດ Vermont ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​ຫວຽດນາມ ຂອງ​ຄະນະ​ຄັ້ງນີ້ ​ເພື່ອ​ແນ​ໃສ່​ຈຸ​ດປະສົງ​ແນະນຳ​ບັນດາ​ນະ​ໂຍບາຍ​ໃຫ້​ບຸລິມະສິດ​ໃນ​ບັນຫາ​ເຂົ້າຢູ່​ອາ​ໄສ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ນັກທຸລະກິດ, ນັກ​ຮຽນ, ​ນັກ​ສຶກສາ​ຫວຽດນາມ ກໍ່​ຄື ນະຄອນ​ໂຮ່ຈິ​ມິນມາຮ່ວມ​ມື​ລົງທຶນ, ທຳ​ມາ​ຄ້າຂາຍ, ​ເຮັດ​ວຽກ ​ແລະ ຮ່ຳຮຽນ ຢູ່ລັດ Vermont.

ຂ່າວ/ບົດ​ອື່ນ