ຊຸກຍູ້ການຮ່ວມມືຫວຽດນາມຣູມານີຜ່ານສູນການຄົ້ນຄ້ວາກ່ຽວກັບອີນດູຈີນ

ຊຸກຍູ້ການຮ່ວມມືຫວຽດນາມຣູມານີຜ່ານສູນການຄົ້ນຄ້ວາກ່ຽວກັບອີນດູຈີນ  - ảnh 1
ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ​ຣູ​ມາ​ນີ​ຜ່ານ​​ສູນ​ການ​ຄົ້ນ​ຄ້​ວາ​ກ່​ຽວ​ກັບອີນ​ດູ​ຈີນ
(ພາບ: tgvn)


(vovworld) – ກ​່າວ​ຄວາມ​ເຫັນ​ໃນ​ພິ​ທີ ​​ສະ​ເໜີ​ຕົວ​​ສູນ​ຄົ້ນ​ຄ່້ວາ​ກ່ຽວ​ກັບ​ອີນ​ດູ​ຈີນ (CIS) ຢູ່ ຣູ​ມາ​ນີ, ​​ເຊິ່ງ​ດຳ​ເນີນມໍ່ໆມາ​ນີ້, ​ທ່າ​ນ ເຈີ່ນ​ແທ່ງ​ກົງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ຣູ​ມາ​ນີ ເນັ້ນ​ໜັກ​​ເລື່ອງ CIS ​​ໄດ້​ຮັບ​ການສ້າງ​ຕັ້ງຂື້ນ ສະ​ແດງ​ໃຫ້​ເຫັນ​ວິ​ໃສ​ທັດ ແລະ ຄວາມ​ຄາດ​ຫວັງ​ ຂອງ​ທັງ ຣູ​ມາ​ນີ ແລະ ຫວຽດ​ນາມ ໃນ​ການ​ປະ​ກອບ​ສ່ວນ​ ເພີ່ມ​ທະ​ວີ​ການ​ພົວ​ພັນ ລະ​ຫວ່າງ ຣູ​ມາ​ນີ ແລະ ບັນ​ດາ​ປະ​ເທດ​ອີນ​ດູ​ຈີນ ເວົ້າ​ລວມ, ເວົ້າ​ສະ​ເພາະ​ແມ່ນ ລະ​ຫວ່າງ​ ຫວຽດ​ນາມ ແລະ ຣູ​ມາ​ນີ. ​ທ່າ​ນ ເຈີ່ນ​ແທັງ​ກົງ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ​ຍາມ​ໃດ​ກໍ່ຕິດ​ຕາມ​ຢ່າງ​ແໜ້ນ​ແຟ້ນ ແລະ ປ​ະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ເຂົ້າ​ໃນ​ການ​ພັດ​ທະ​ນາ ສູນ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ອີນ​ດູ​ຈີນ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ສູນ​ຄົ້ນ​ຄ່​ວາ​ກ່ຽວ​ກັບ​ອີນ​ດູ​ຈີນ ຈະ​ກາຍ​ເປັນ​ສະ​ຖານ​ທີ່​ທີ່​ດີ ເພື່ອ​ໃຫ້​ບັນ​ດານັກ​ຄ​ົ້ນ​ຄ້​ວາ, ນັກ​ທຸ​ລະ​ກິດ ຢູ່​ ຣູ​ມາ​ນີ ແບ່ງ​ປັນ​ບົດ​ຮຽນ ກໍ່​ຄື​ບັນ​ດາ​ຂໍ້​ສະເໜີ, ຂໍ້ລິ​ເລີ່ມ ເພື່ອ​ແນ​ໃສ່​ຊຸກ​ຍູ້​ ການ​ພົວ​ພັນ​ແລກ​ປ່ຽນ ກ່ຽວ​ກັບການ​ເມືອງ, ເສດ​ຖະ​ກິດ, ການລົງ​ທຶນ ແລະ ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ອີນ​ດູ​ຈີນ.

ຂ່າວ/ບົດ​ອື່ນ