ຊຸກຍູ້ການຮ່ວມມືໃນຂົງເຂດສິນໃນນ້ຳ-ສິນທະເລລະຫວ່າງຫວຽດນາມແລະນອກແວ
ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ເລທິຕວຽດມາຍ (ເບື້ອງຊ້າຍ)
(ພາບ: baocongthuong.com.vn)
|
(vovworld) – ໃນລະຫວ່າງວັນທີ 20 – 21/1, ຢູ່ນະຄອນ Trondheim, ປະເທດນອກແວ, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ເລທິຕວຽດມາຍ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ແລະ ບັນດາການເຄື່ອນໄຫວໃນຂອບເຂດງານຕະຫຼາດນັດສິນທະເລ ອກແວ ເພື່ອແນໃສ່ສົ່ງເສີມການຮ່ວມມືໃນຂົງເຂດສິນໃນນ້ຳ - ສິນທະເລລະຫວ່າງ 2 ປະເທດ.
ທີ່ກອງປະຊຸມສຳມະນາ, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນອກແວ ເລທິຕວຽດມາຍ ໄດ້ແລກປ່ຽນຄວາມເຫັນກັບບັນດາຜູ້ຕາງໜ້າເຂົ້າຮ່ວມງານຕະຫຼາດນັດ ແລະ ຕອບສຳພາດຕໍ່ນັກຂ່າວໜັງສືພິມ “IntraFish” ຂອງ ນອກແວ ກ່ຽວກັບຄວາມສາມາດບົ່ມຊ້ອນຂອງຕະຫຼາດສິນທະເລຂອງ ຫວຽດນາມ, ຜ່ານນັ້ນຮຽກຮ້ອງໃຫ້ບັນດາບໍລິສັດ ນອກແວ ເພີ່ມທະວີການລົງທຶນຢູ່ ຫວຽດນາມ. ທ່ານນາງເອກອັກຄະລັດຖະທູດ ເນັ້ນໜັກເຖິງການຮ່ວມມືຍາວນານລະຫວ່າງ ນອກແວ ແລະ ຫວຽດນາມ ກ່ຽວກັບອາຊີບຫາປາ ແລະ ລ້ຽງປູກສິນໃນນ້ຳ - ສິນທະເລ, ເລີ່ມແຕ່ປີ 1972, ພາຍຫຼັງ 2 ປະເທດສ້າງຕັ້ງການພົວພັນທາງການທູດໃນວັນທີ 22/11/1971. ໃນເບື້ອງຕົ້ນ, ນອກແວ ໜູນຊ່ວຍຂະແໜງສິນທະເລ ຫວຽດນາມ ກ່ຽວກັບການບຳລຸງສ້າງຂັ້ນປະລິຍາໂທ, ຄົ້ນຄ້ວາໃນຂົງເຂດລ້ຽງປູກສິນໃນນ້ຳ - ສິນທະເລ. ປະຈຸບັນ, ໄດ້ເປີດກ້ວາງການຮ່ວມມືໃນການບຳລຸງສ້າງ ແລະ ຄົ້ນຄ້ວາ, ໃນນັ້ນມີໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ສິນໃນນ້ຳ ຍາຈາງ ກັບບັນດາມະຫາວິທະຍາໄລຂອງນອກແວ, ເພື່ອແນໃສ່ຕີລາຄາການກະທົບຈາກການປ່ຽນແປງຂອງດິນຟ້າອາກາດສຳລັບລະບົບຊີວະພາບແຄມທະເລ, ໃນນັ້ນມີຜົນສະທ້ອນເຖິງຂະແໜງລ້ຽງປູກສິນໃນນ້ຳ - ສິນທະເລ.