ຊຸກຍູ້ຍຸດທະສາດຮ່ວມມືດ້ານຄວາມປອດໄພທາງເຄືອຂ່າຍອິນເຕີເນັດພາກພື້ນອາຊຽນ

(VOVWORLD) -ກອງປະຊຸມທາງໄກລັດຖະມົນຕີບັນດາປະເທດອາຊຽນກ່ຽວກັບ ຄວາມປອດໄພທາງເຄືອຂ່າຍອິນເຕີເນັດຄັ້ງທີ 6 (AMCC-6) ໄດ້ຖືກໄຂຂຶ້ນໂດຍສິງກະໂປຈັດຕັ້ງ
ຊຸກຍູ້ຍຸດທະສາດຮ່ວມມືດ້ານຄວາມປອດໄພທາງເຄືອຂ່າຍອິນເຕີເນັດພາກພື້ນອາຊຽນ - ảnh 1ທ່ານພົນຕີ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ກ່າວຄຳເຫັນທີ່ສະຖານທີ່ເຊື່ອມຕໍ່ຢູ່ຮ່າໂນ້ຍ

     ຕອນບ່າຍວັນທີ 6 ຕຸລາ, ໄດ້ໄຂກອງປະຊຸມທາງໄກລັດຖະມົນຕີບັນດາປະເທດອາຊຽນກ່ຽວກັບ ຄວາມປອດໄພທາງເຄືອຂ່າຍອິນເຕີເນັດຄັ້ງທີ 6 (AMCC-6) ໂດຍສິງກະໂປຈັດຕັ້ງ ເພື່ອແນໃສ່ປຶກສາຫາລືການສົມທົບລະຫວ່າງບັນດາປະເທດ, ວິສາຫະກິດເພື່ອຍາດແຍ່ງໂອກາດເຕັກນິກດີຈີຕອນ ທີ່ຍັງບໍ່ເຄີຍປະກົດຂຶ້ນໃນໄລຍະກ່ອນເກີດໂລກລະບາດ ແລະ ການຮັບມືກັບໄພນາບຂູ່ທາງ ເຄືອຂ່າຍອິນເຕີເນັດພວມເພີ່ມທະວີຂຶ້ນ ແນໃສ່ຮັບປະກັນຄວາມປອດໄພ ແລະ ການສ້າງຄວາມເຂັ້ມແຂງຂອງເຄືອຂ່າຍອິນເຕີເນັດ.

      ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ສະຖານທີ່ເຊື່ອມຕໍ່ຢູ່ຮ່າໂນ້ຍ, ທ່ານພົນຕີ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ຊີ້ແຈ້ງວ່າ ຫວຽດນາມສະໜັບສະຫນູນການຊຸກຍູ້ຍຸດທະສາດຮ່ວມມືທາງດ້ານການຮັກສາ ຄວາມປອດໄພທາງເຄືອຂ່າຍອິນເຕີເນັດພາກພື້ນອາຊຽນ(2021-2025)  ເພື່ອເປັນເອກະພາບກັນທາງດ້ານວິໄສທັດ, ຄວາມຮັບຮູ້ ແລະ ການກະທຳຮ່ວມຂອງບັນດາປະເທດອາຊຽນທີ່ມີຕໍ່ບັນຫາ ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ກ້າວໄປເຖິງການກໍ່ສ້າງກອບນິຕິກຳຂອງພາກພື້ນແນໃສ່ສ້າງເງື່ອນໄຂສະດວກແກ່ການສົມທົບ, ຮ່ວມມືສາກົນໃນຂົງເຂດຮັກສາ ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ.

     ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ອອກຖະແຫຼງການປະທານກອງປະຊຸມລັດຖະມົນຕີອາຊຽນຄັ້ງທີ 6 ກ່ຽວກັບ ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ໃນນັ້ນ ຄວາມສຳຄັນຂອງການເນັ້ນໜັກເຖິງການປົກປັກຮັກສາພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ສຳຄັນຕໍ່ໜ້າບັນດາໄພນາບຂູ່ ເພື່ອແນໃສ່ຮັບປະກັນໃຫ້ ເຄືອຂ່າຍອິນເຕີເນັດຂອງພາກພື້ນມີ ຄວາມປອດໄພ ແລະ ຖືກຮັກສາຄວາມລັບ.

ຕອບກັບ

ຂ່າວ/ບົດ​ອື່ນ