(vovworld) – ຊຸດສະແຕມຂອງຫວຽດນາມ ຈະໄດ້ຮັບການຈຳໜ່າຍຈາກ 10 ປະເທດໃນອາຊຽນ ໃນວັນທີ 08/08, ເພື່ອຂໍ່ານັບຮັບຕ້ອນເຫດການສະເໜີຕົວປະຊາຄົມອາຊຽນ ໃນທ້າຍປີ 2015 ຢ່າງເປັນທາງການ. ຊຸດສະແຕມ (ແບບໜຶ່ງ) ໂດຍນັກແຕ້ມ ຫວູກຽມລຽນ ອອກແບບ ແລະ ຍາດໄດ້ລາງວັນທີ 1 ໃນການປະກວດສະແຕມອາຊຽນ ເຊິ່ງຖືກຈັດຂຶ້ນເມື່ອວັນທີ 15 – 17/02, ຢູ່ໄທ. ຊຸດສະແຕມ ໄດ້ປະກອບສ່ວນໂຄສະນາ, ແນະນຳໃຫ້ປະຊາຊົນປະມານ 600 ລ້ານຄົນຂອງບັນດາປະເທດໃນພາກພື້ນ ຮູ້ຈັກເຫດການສະເໜີຕົວປະຊາຄົມອາຊຽນ ທີ່ຈະມາເຖິງ.
ດ້ວຍຫົວຂໍ້ “ຂໍ່ານັບຮັບຕ້ອນປະຊາຄົມອາຊຽນ - ວິໄສທັດດຽວ, ສີສັນດຽວ ແລະ ປະຊາຄົມດຽວ”, ຊຸດມະແຕມ ໄດ້ແຕ້ມຮູບທຸງຊາດຂອງ 10 ປະເທດອາຊຽນ, ສ້າງເປັນດອກໄມ້ທີ່ປະທັບໃຈ. ຢູ່ທາງລຸ່ມໄດ້ແຕ້ມຮູບຕົ້ນເຂົ້າເຫຼືອງ, ສະແດງໃຫ້ເຫັນແນວຄວາມຄິດຂອງບັນດາປະເທດອາຊຽນ ຊື່ງໄດ້ຮັບການພັດທະນາຈາກກະສິກຳເປັນຕົ້ນ, ມີຄວາມສາມາດບົ່ມຊ້ອນດ້ານເສດຖະກິດກະສິກຳອັນໃຫຍ່ຫຼວງ.