ປະທານາທິບໍດີ Bashar Hafez Al Assad
(ພາບ: AFP/TTXVN))
(vovworld)- ວັນທີ 4/5, ສານລັດຖະທຳມະນູນສູງສຸດຂອງຊີຣີ ໄດ້ຕົກລົງ ຜູ້ອອກສະໝັກຮັບເລືອກຕັ້ງປະທານາທິບໍດີ 3 ທ່ານ ໃນຈຳນວນຜູ້ຈົດທະບຽນຫາສຽງເລືອກຕັ້ງປະທານາທິບໍດີ 24 ທ່ານຊື່ງຄາດວ່າຈະດຳເນີນໄປໃນວັນທີ 3/6 ຈະມາເຖິງ. ທ່ານ Amjad Al Khadra ໂຄສົກຂອງສານລັດຖະທຳມະນູນສູງສຸດ ໃຫ້ຮູ້ວ່າ: ພາຍຫຼັງພິຈາລະນາ 24 ສຳເນົາເອກະສານຈົດທະບຽນຫາສຽງເລືອກຕັ້ງ, ສານ ໄດ້ຮັບຮູ້ຖານະສະໝັກຮັບເລືອກຕັ້ງຂອງທ່ານ: Maher Abdel Hafiz Hajjar, Hassan Abdallah Al Nuri ແລະ ປະທານາທິບໍດີຄົນປະຈຸບັນ Bashar Hafez Al Assad. ທ່ານ Hassan Abdallah Al Nuri ເຄີຍດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງພັດທະນາບໍລິຫານ ແລະ ລັດຖະມົນຕີຮັບຜິດຊອບບັນດາບັນຫາສະພາແຫ່ງຊາດນັບແຕ່ປີ 2000-2002. ທ່ານ Maher Abdel Hafiz Hajjar ກໍ່ແມ່ນສະມາຊິກຂອງສະພາແຫ່ງຊາດ. ບັນດາເຈົ້າໜ້າທີ່ລັດຖະບານຊີຣີ ໄດ້ໃຫ້ຂໍ້ສັງເກດວ່າ, ປະທານາທິບໍດີ Bashar Hafez Al Assad ອາດຈະໄດ້ຮັບໄຊຊະນະຄືນໃໝ່ໃນການເລືອກຕັ້ງຄັ້ງນີ້ຍ້ອນຄູ່ແຂ່ງທັງສອງຂອງທ່ານລ້ວນແຕ່ບໍ່ມີຊື່ສຽງປານໃດໃນເວທີການເມືອງຊີຣີ./