ຊີຣີ: ທ່ານ Bashar al Assad ໄດ້ຮັບເລືອກຕັ້ງ ເປັນປະທານາທິບໍດີຄືນໃໝ່

ຊີຣີ: ທ່ານ Bashar al Assad ໄດ້ຮັບເລືອກຕັ້ງ ເປັນປະທານາທິບໍດີຄືນໃໝ່ - ảnh 1
ທ່ານ Bashar al Assad ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຄືນ​​ໃໝ່
(ພາບ: AP)


(vovworld) – ວັນ​ທີ 04/06, ສຳນັກ​ຂ່າວສານ​ທາງ​ການ Sana ຂອງ​ຊີຣີ ​ໄດ້​ຄັດ​ສະ​ເໜີ​ແຈ້ງການ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຊີຣີ Mohammad Lahham ​ໃຫ້​ຮູ້​ວ່າ, ທ່ານ Bashar al Assad ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງ​ປະ​ເທດ​ນີ້​ເມື່ອ​ວັນ​ທີ 03/06 ຜ່ານ​ມາ, ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນບັນລຸ 88,7% ​ແລະ ຈະສືບ​ຕໍ່​ກຳ​ອຳນາດ​ຕື່ມ​ອີກ​ອາຍຸ​ການໜຶ່ງ​ເປັນ​ເວລາ 7 ປີ.

        ກໍ່ຕາມ​ທ່ານ Lahham ​ແລ້ວ, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Hassan al Nouri ຍາດ​ໄດ້​ພຽງ 4,3% ຈຳນວນບັດ​ສະໜັບສະໜູນ ​ແລະ ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Maher al Hajjar ຍາດ​ໄດ້​ພຽງ  3,2% ຈຳນວນບັດ​ສະໜັບສະໜູນ​ເທົ່າ​ນັ້ນ. ​ໃນ​ຂະນະ​ນັ້ນ, ສານ​ລັດຖະທຳ​ສູງ​ສຸດ​ຊີຣີ ຖະ​ແຫຼ​ງວ່າ ອັດຕາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ບັນ​ລຸ 73,42%, ໂດຍບໍ່ຫົວຊາຕໍ່ເລື່ອງຝ່າຍຄ້ານຊີຣີ ນາບຂູ່ຈະບຸກໂຈມຕີ ແລະ ຮຽກຮ້ອ​ງ​ປະຊາຊົນ​ບໍ່​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ.

        ຕາມ​ສື​ມວນ​ຊົນ ລີ​ບານ​ ​ແລ້ວ, ປະຊາຊົນ ຊີຣີ ​ໄດ້​ລົງ​ຖະໜົນ​ສາຍ​ຕ່າງໆຢູ່​ບັນດາ​ນະຄອນ​ແຕກ​ຕາງ​ກັນ​ຂອງ​ຊີຣີ ​​ແລ​ະ ລິ​ບານ ​ເພື່ອ​ຊົມ​ເຊີຍ​ໄຊຊະນະ​ຂອງ​ທ່ານ​ປະທານາທິບໍດີ Assad.

ຂ່າວ/ບົດ​ອື່ນ