( vovworld ) - ວັນທີ 23/7, ກະຊວງການຕ່າງປະເທດຊີຣີ ໄດ້ປະຕິເສດຂໍ້ສະເໜີເຊິ່ງສະຫະພັນ Arab ຍົກອອກມາຢ່າງເປັນທາງການ, ໃນນັ້ນຮຽກຮ້ອງໃຫ້ທ່ານປະທານາທິບໍດີຊີຣີ Bashar al Assad ຕ້ອງປະລະສິດອຳນາດ, ພ້ອມກັນນັ້ນຢືນຢັນວ່າ ກອງທັບປະເທດນີ້ບໍ່ນຳໃຊ້ອາວຸດເຄມີເພື່ອຕ້ານສາມັນຊົນ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ນະຄອນຫຼວງ Damascus, ໂຄສົກກະຊວງການຕ່າງປະເທດຊີຣີ ທ່ານ Jihad Makdissi ໃຫ້ຮູ້ວ່າ ຊີຣີ ເສຍໃຈຕໍ່ກັບເລື່ອງຖຶກສະຫະພັນ Arab ຕັດການພົວພັນທາງການທູດ ແລະ ຖ້າຫາກບັນດາປະເທດ Arab ຢາກຢຸດຕິການນອງເລືອດຢູ່ຊີຣີ, ກ່ອນອື່ນໝົດບັນດາປະເທດນີ້ຕ້ອງຢຸດການສະໜອງອາວຸດ, ຢຸດການໂຄສະນາຕ້ານລັດຊີຣີ. ໂຄສົກກະຊວງການຕ່າງປະເທດຊີຣີ ໄດ້ຢືນຢັນວ່າ ປະເທດນີ້ຈະບໍ່ນຳໃຊ້ວາວຸດເຄມີ ແລະ ບັນດາອາວຸດທີ່ໄປຝືນກັບສົນທິສັນຍາເມື່ອຕ້ານສາມັນຊົນເວັ້ນເສຍແຕ່ຖືກປະເທດອື່ນບຸກໂຈມຕີ. ອີຣັກ ກໍອອກສຽງຄັດຄ້ານຂໍ້ສະເໜີຂອງສະຫະພັນ Arab ແລະ ຖືວ່າ ຂໍ້ຕົກລົງກ່ຽວກັບຊາຕາກຳປະເທດຊີຣີ ຕ້ອງແມ່ນປະຊາຊົນຊີຣີ ຍົກອອກມາ.