(vovworld) - ວັນທີ 11/4, ໂທລະພາບແຫ່ງຊາດ ຊີຣີ ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບປະເທດນີ້ ໂດຍໃຫ້ຮູ້ວ່າ: ຊີຣີ ຈະຢຸດຕິບັນດາບັ້ນຮົບການທະຫານເພື່ອເລັ່ງໃສ່ບັນດາມືປຶນລຸກຮື້ຂຶ້ນນັບແຕ່ວັນທີ 12/4, ຈຸດເວລາສຸດທ້າຍເຊິ່ງ ທ່ານ Kofi Annan, ທູດພິເສດລວມຂອງສະຫະປະຊາຊາດ ແລະ ສະຫະພັນອາຣັບ ໄດ້ວາງອອກໃຫ້ຝ່າຍຕ່າງໆຢູ່ຊີຣີ ເພື່ອແນໃສ່ຢຸດຕິການໃຊ້ຄວາມຮຸນແຮງ. ເຖິງຢ່າງໃດກໍຕາມ, Damascus ຢືນຢັນຍັງຮັກສາສິດ “ປະຕິກິລິຍາທີ່ເໝາະສົມ” ກັບທຸກການບຸກໂຈມຕີ ຂອງບັນດາກຸ່ມກໍ່ການຮ້າຍໃສ່ສາມັນຊົນ, ກຳລັງລັດຖະບານ ແລະ ຮາກຖານແຫ່ງລັດ ກໍຄືສ່ວນບຸກຄົນ. ໃນຂະນະນັ້ນ, ທ່ານ Kofi Annan ໃຫ້ຮູ້ວ່າ: ຈະສືບຕໍ່ເຮັດວຽກກັບລັດຖະບານ ຊີຣີ ແລະ ຝ່າຍຄ້ານປະເທດນີ້ ເພື່ອຮັບປະກັນການປະຕິບັດແຜນການສັນຕິພາບ 6 ຂໍ້ຢ່າງຄົບຖ້ວນ.