ຊາວຄຼິດປະກອບ ສ່ວນຢ່າງແທດຈິງ ເຂົ້າໃນການພັດ ທະນາປະເທດຊາດ


ຊາວຄຼິດປະກອບ ສ່ວນຢ່າງແທດຈິງ ເຂົ້າໃນການພັດ ທະນາປະເທດຊາດ - ảnh 1

(ພາບ: . VOV)

(vovworld)- ​ ຕອນ​ເຊົ້າ​ວັນ​ທີ 19/12, ທ່ານ​ຫວູ້ຈ້ອງ​ກິມ, ຮອງ​ປະທານ ທັງ​ເປັນ​ເລຂານຸການ​ໃຫ່ຍຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ສຳນັກ​ສັງຄະ​ລາດ​ຟາດ​ຢ້ຽມ, ​ເທດສະບານ​ເມືອງ​ກິມ​ເຊີນ, ​ແຂວງ​ນິງບິງ ​ໃນ​ໂອກາດ​ວັນ​ບຸນຄຼິດສະມາດ 2013.

   ທ່ານ​ຫວູ້ຈ້ອງ​ກິມ ​ເນັ້ນໜັກ​ເຖິງ​ການ​ປະກອບສ່ວນ​ອັນ​ໃຫ່ຍຫຼວງ​ຂອງ​ຊາວ​ຄິຼດ​ໃນ​ການ​ຮ່ວມ​ເດີນທາງ​ພ້ອມ​ກັບ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃນ​ການຊ່ວຍ ປຊຊ ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ. ທ່ານ​ຫວູ້ຈ້ອງ​ກິມ ປາດ​ຖະໜາ​ວ່າ: ສຳນັກ​ສັງຄະ​ລາດ​ຟາດ​ຢ້ຽມ ສື​ບຕໍ່​ມີ​​ການ​ປະກອບສ່ວນ​ຕ່າງໆ, ຕັ້ງໜ້າ​ເຂົ້າຮ່ວມ​ບັນດາ​ການ​ຂົນຂວາຍ​ຄື: ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ, ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ຊາວ​ຫວຽດນາມ ​ໃຫ້​ບຸລິມະສິດ​ໃຊ້​ສິນຄ້າ​ຫວຽດນາມ…

  ຕາງໜ້າ​ໃຫ້​ຜູ້​ມີ​ຍົດ​ຖາ​ບັນດາສັກ​ໃນສຳນັກ​ສັງຄະ​ລາດ​ຟາດ​ຢ້ຽມ, ສັງຄະ​ລາດ ຫງວຽນ​ນັງ ​ໃຫ້​ຮູ້​ວ່າ: ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ອຳນາດ​ການ​ປົກຄອງ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ສາສະໜາ​ເວົ້າລວມ ​ແລະ ​ໃນ​ໂອກາດວັນ​ບຸນຄຼິດສະມາດ​ເວົ້າສະ​ເພາະ ​ໄດ້​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຊາວ​ຄິຼດ ​ເພື່ອພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ, ປະກອບສ່ວນ​ພັດທະນ​າ​ເສດຖະກິດ​ສັງຄົມ./.

ຂ່າວ/ບົດ​ອື່ນ