ຊາວຫວຽດນາມອາໄສຢູ່ ອີຕາລີ ຕ້ອນຮັບບຸນເຕັດ
ພາບ:tinnhanh.com
|
(vovworld)- ໃນໂອກາດບຸນເຕັດ, ລະດູບານໃຫມ່ວຽນມາ, ສະຖານທູດຫວຽດນາມຢູ່ຫລາຍປະເທດໃນໂລກໄດ້ຈັດຕັ້ງພິທີຕ້ອນຮັບບຸນເຕັດພ້ອມກັບວົງຄະນາຍາດຊາວຫວຽດນາມອາໄສຢູ່ປະເທດປະຈຳຖິ່ນ. ຕອນບ່າຍວັນທີ 25/1 ຢູ່ ປັກກີ່ງ ປະເທດຈີນ, ສະຖານທູດຫວຽດນາມ ແລະ ສະຖານທູດລາວ ປະຈຳປັກກີ່ງ ຈັດຕັ້ງການພົບປະແລກປ່ຽນ ເພື່ອເພີ່ມທະວີຄວາມສາມັກຄີ ແລະ ປະສານສົມທົບຢ່າງມີປະສິດທິຜົນລະຫວ່າງສະຖານທູດສອງປະເທດໃນໂອກາດບຸນເຕັດປີມະເມຍ. ທົບທວນຄືນບັນດາຜົນງານທີ່ພົ້ນເດັ່ນໃນສາຍພົວພັນລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ໃນປີຜ່ານມາ, ທ່ານ ຫງວຽນວັນເທີ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປັກກີ່ງ ຖືວ່າ:
“ພວກເຮົາມີພື້ນຖານຢ່າງພຽງພໍເພື່ອເຊື່ອໝັ້ນວ່າ ສາຍພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະຈະມາເຖິງນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກວ່າໃນທຸກຂົງເຂດ. ຂ້າພະເຈົ້າປາດຖະຫນາວ່າ ສະຖານທູດສອງປະເທດພວກເຮົາສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ສະຫນິດຕິດພັນ, ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການພົວພັນມິດຕະພາບລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ.”
ໃນວັນດຽວກັນ, ສະຖານທູດ ຫວຽດນາມ ປະຈຳຍີ່ປຸ່ນ ໄດ້ຈັດຕັ້ງການພົບປະສັງສັນໃຫ້ແກ່ວົງຄະນາຍາດຊາວຫວຽດນາມ ອາໄສຢູ່ປະເທດນີ້ ໂດຍມີການເຂົ້າຮ່ວມຂອງ 200 ຄົນ.