ຊາວຫວຽດນາມ ອາໄສຢູ່ອົດສະຕາລີ ຕ້ອນຮັບບຸນເຕັດປີຊວດ ຢູ່ Canberra

(VOVWORLD) -ຢູ່ນະຄອນຫຼວງ Canberra ປະເທດອົດສະຕາລີ, ສະຖານທູດຫວຽດນາມ ປະຈຳອົດສະຕາລີ ຫາກໍ່ຈັດພິທີຕ້ອນຮັບບຸນເຕັດປີຊວດ 2020 ໃຫ້ແກ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ທີ່ນີ້.

ຊາວຫວຽດນາມ ອາໄສຢູ່ອົດສະຕາລີ ຕ້ອນຮັບບຸນເຕັດປີຊວດ ຢູ່ Canberra - ảnh 1 ຊາວຫວຽດນາມ ອາໄສຢູ່ອົດສະຕາລີ ຕ້ອນຮັບບຸນເຕັດປີຊວດ ຢູ່ Canberra

(ພາບ: TTXVN)

ໃນຫຼາຍປີມານີ້, ເມື່ອໂອກາດບຸນເຕັດວຽນມາ, ສະຖານທູດຫວຽດນາມ ປະຈຳອົດສະຕາລີ ລ້ວນແຕ່ຈັດບຸນເຕັດປະຊາຄົມໃຫ້ແກ່ພໍ່ແມ່ພີ່ນ້ອງທີ່ດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນ ເພື່ອສ້າງຄວາມສະໜິດຕິດພັນລະຫວ່າງຊາວຫວຽດນາມ ແລະ ພ້ອມກັນອ່ວາຍໜ້າເມືອຫາບ້ານເກີດເມືອງນອນ.

          ເຂົ້າຮ່ວມພິທີ, ພໍ່ແມ່ປະຊາຊົນໄດ້ສະແດງຄວາມພາກພູມໃຈຕໍ່ບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ ແລະ ສະແດງຄວາມເອກອ້າງທະນົງໃຈເມື່ອທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນນັບມື້ນັບສູງຂຶ້ນ ແລະ ຫວຽດນາມ ກໍ່ໄດ້ຮັບການມອບໝາຍໃຫ້ດຳລົງບັນດາຕຳແໜ່ງສຳຄັນຄື ປະທານອາຊຽນ ໃນປີ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ