ຊາວໜຸ່ມຈີນຢ້ຽມຢາມແລະພົບປະແລກປ່ຽນມິດຕະພາບຢູ່ແຂວງກວາງນິງ
ຊາວໜຸ່ມ ຈີນ ຢ້ຽມຢາມ ແລະ ພົບປະແລກປ່ຽນມິດຕະພາບຢູ່ແຂວງກວາງນິງ
(ພາບ: quangninh.gov.vn)
(vovworld) – ຕອນບ່າຍວັນທີ 7/11 ຄະນະຜູ້ແທນຊາວໜຸ່ມ ຈີນ ລວມມີ 200 ຄົນ ມາຢ້ຽມຢາມ ແລະ ພົບປະແລກປ່ຽນມິດຕະພາບຢູ່ແຂວງ ກວາງນິງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ນອນໃນລາຍການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ຈີນ ຄັ້ງທີ 16 ໂດຍສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນຈັດຕັ້ງ ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຈີນ, ປະທານປະເທດສາທາລະນະລັດປະຊາຊົນຈີນ ສີຈິ້ນຜິງ. ຄະນະຊາວໜຸ່ມ ຈີນ ພ້ອມກັບຊາວໜຸ່ມ ກວາງນິງ ຢ້ຽມຢາມ ອ່າວຮ້າລອງ; ໂອ້ລົມສົນທະນາກ່ຽວກັບບັນດາຂົງເຂດຕ່າງຝ່າຍຕ່າງມີຄວາມສົນໃຈຄື: ເຂົ້າຮ່ວມກໍ່ສ້າງຊົນນະບົດໃໝ່, ປົກປັກຮັກສາສິ່ງແວດລ້ອມ, ຈັດຕັ້ງບັນດາການເຄື່ອນໄຫວອາສາສະໝັກ; ຮ່ວມມືນັກທຸລະກິດໜຸ່ມ, ໂຄສະນາການສຶກສາໃຫ້ລຸ້ນໜຸ່ມ. ໃນຂອບເຂດລາຍການຍັງມີບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະລະຫວ່າງຊາວໜຸ່ມ 2 ປະເທດ.