(ພາບປະກອບ)
(vovworld) - ວັນທີ 11/8, ຢູ່ນະຄອນ ດ່າໜັງ ໄດ້ດຳເນີນພິທີເຊັນບົດບັນທຶກຊ່ວຍຈຳໂຄງການຮ່ວມມືພັດທະນາຊາວໜຸ່ມສາກົນໄລຍະ 2015 – 2020 ລະຫວ່າງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ນະຄອນ ດ່າໜັງ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ແຂວງ ສາລະວັນ . ບົດບັນທຶກຊ່ວຍຈຳປະກອບດ້ວຍ 10 ມາດຕາ, ໃນນັ້ນຊີ້ແຈ້ງວ່າ: 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີ ແລະ ຍົກສູງການພົວພັນມິດຕະພາບລະຫວ່າງ ປະຊາຊົນຍິ່ງກ່ວາອີກ, ພິເສດແມ່ນຊາວໜຸ່ມ, ເຍົາວະຊົນ 2 ແຂວງ, ນະຄອນ ດ່າໜັງ ແລະ ແຂວງ ສາລະວັນ. 2 ຝ່າຍຈະສົມທົບກັນໂຄສະນາ, ສຶກສາອົບຮົມກ່ຽວກັບມູນເຊື້ອປະຫວັດສາດຂອງ 2 ປະເທດ, ການພົວພັນ ຫວຽດນາມ - ລາວ ຢ່າງເປັນປະຈຳ.