ຊາວໜຸ່ມມີຫົວຄິດປະດິດ ສ້າງກໍ່ຮ່າງສ້າງຕົວໃນ ປະຊາຄົມເສດຖະກິດ ອາຊຽນ 2015


ຊາວໜຸ່ມມີຫົວຄິດປະດິດ ສ້າງກໍ່ຮ່າງສ້າງຕົວໃນ ປະຊາຄົມເສດຖະກິດ ອາຊຽນ 2015 - ảnh 1

ຜະລິດ​ຕະພັນ​ໃນ​ງານ​ປະ​ກວດ “ປະດິດ​ສ້າງ​ໜຸ່ມ“ ທົ່ວ​ປະ​ເທດ​ຄັ້ງທີ 7

(ພາບ: An Hiếu/TTXVN))

(vovworld)- ​ ​ຕອນ​​ບ່າຍວັນ​ທີ 14/12, ຢູ່​ຮ່າ​​ໂນ້ຍ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່ຈິ​ມິນ, ສູນ​ກາງ​ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ, ສູນ​ກາງ​ສະມາຄົມ​ນັກທຸລະກິດ​ໜຸ່ມ​ຫວຽດນາມ ​ແລະ ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ສົມທົບ​ກັນ​ຈັດ​ລາຍການ​ໂອ້​ລົມ​ສົນທະນາ “ຊາວໜຸ່ມມີຫົວຄິດປະດິດສ້າງກໍ່ຮ່າງສ້າງຕົວໃນປະຊາຄົມເສດຖະກິດອາຊຽນ 2015“. ນະ​ທີ່​ນີ້, ບັນດາ​ແຂກ​ຖືກ​ເຊີນ​ໄດ້​ແບ່ງປັນ​ກັບ​ພວກ​ເພື່ອນ​ໜຸ່ມ​ກ່ຽວ​ກັບ​ກາລະ​ໂອກາດ, ສິ່ງ​ທ້າ​ທາຍ​ເມື່ອປະຊາ​ຄົມ​ເສດຖະກິດ​ອາ​ຊຽນຖືກ​ສ້າງຂຶ້ນ​ໃນ​ປີ 2015 ​ແລະ ​ເນັ້ນໜັກ​ວ່າ: ນັກທຸລະກິດ​ໜຸ່ມ ​ແລະ ຊາວ​ໜຸ່ມ​ຫວຽດນາມ ​ແມ່ນ​ກຳລັງ​ແຮງ​ງານ​ຕົ້ນຕໍ, ​ແມ່ນ​ກຳ​ລັງ​ຄຸ້ມ​ຄອງ​ເສດຖະກິດ​ຫຼັກ​ແຫຼ່ງ​ໃນ​ວິວັດ​ການ​ເຊື່ອມ​ໂຍງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຫວຸ້ຄວານ ອະດີດ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ​ເວົ້າວ່າ:

  “​​ເພື່ອປະກອບສ່ວນໃຫ້ແກ່ປະເທດຊາດແລະ ສ້າງຄວາມຮັ່ງມີໃຫ້ແກ່ຕົນ​​ເອງ, ຂ້າພະເຈົ້າຄິດວ່າ, ຢາກກໍ່ຮ່າງສ້າງຕົວ, ຕ້ອງພະຍາຍາມສຳພັດກັບວັດທະນະທຳປະດິດສ້າງ. ​ໃນການກໍ່ຮ່າງສ້າງຕົວມີສອງວິທີ: ທີ 1 ​ແມ່ນປະຕິຮູບສິ່ງທີ່ຢູ່ມີແລ້ວ, ຍົກລະດັບເພື່ອສ້າງຜະລິດຕະພັນໃໝ່ແຕ່ສິ່ງສຳຄັນແມ່ນພວກເຮົາຕ້ອງເຮັດໄດ້ສິ່ງທີ່ແຕກຕ່າງຊື່ງຕະຫຼາດອື່ນບໍ່ມີ, ​ເຮັດໄດ້ຄືແນວນັ້ນ, ຈຶ່ງມາດເປີດກ້ວາງຕະຫຼາດ​ ​ແລະ  ບື່ນຕົວຂຶ້ນໄດ້“./.

ຂ່າວ/ບົດ​ອື່ນ