ຊາວໜຸ່ມແຂວງກວາງຈີ້ ຕອບບຸນແທນຄຸນບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ
(ພາບປະກອບ)
(vovworld) – ໂດຍປະຕິບັດລາຍການຖະຫວາຍດອກໄມ້ຕໍ່ບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ໃນລະຫວ່າງວັນທີ 31/01 – 01/02, ຄະນະຂົນຂວາຍຖະຫວາຍດອກໄມ້ຕໍ່ບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ຄະນະຜູ້ແທນໄວໜຸ່ມແຂວງກວາງຈີ້ ໄດ້ປະຕິບັດສຳເລັດການຕິດໂຖ ແລະ ດອກໄມ້ຢູ່ ຂຸມສົບນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 21.000 ຂຸມຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9 ແລະ ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ. ບັນດາສະມາຊິກຊາວໜຸ່ມດີເດັ່ນຂອງແຂວງກວາງຈີ້ ມີຄວາມເອກອ້າງທະນົງໃຈເມື່ອໄດ້ພ້ອມກັນເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍດັ່ງກ່າວ. ອ້າຍເຈີນຊວນແອງ, ຮອງປະທານສະຫະສະມາຄົມຊາວໜຸ່ມແຂວງກວາງຈິ້ ໃຫ້ຮູ້ວ່າ.
“ປະຈຸບັນ, ສຳລັບຄະນະຊາວໜຸ່ມຂັ້ນເມືອງ, ພວກຂ້າພະເຈົ້າໄດ້ຊີ້ນຳກຳລັງຕ່າງໆເຂົ້າຮ່ວມການຕິດໂຖດອກໄມ້ຢູ່ບັນດາສຸສານຂັ້ນເມືອງ, ຕາແສງ. ສຳລັບຄະນະຊາວໜຸ່ມແຂວງ, ພວກຂ້າພະເຈົ້າໄດ້ລະດົມກຳລັງເຂົ້າຮ່ວມການຕິດໂຖດອກໄມ້ຢູ່ບັນດາສຸສານແຫ່ງຊາດ ດ້ວຍການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມກວ່າ 2000 ຄົນເຂົ້າຮ່ວມການຕິດໂຖດອກໄມ້ຢູ່ 22.000 ຂຸມສົບໃນສຸສານແຫ່ງຕ່າງໆ. ທຸກວຽກງານກະກຽມຂອງຄະນະຂົນຂວາຍ ໄດ້ຮັບການກະກຽມຢ່າງລອບຮອບຖີ່ຖ້ວນຮັບປະກັນແຜນການທີ່ໄດ້ວາງອອກ.”