(ພາບປະກອບ)
(vovworld) – ບົດລາຍງານສະພາບການເສດຖະກິດ - ສັງຄົມເດືອນ 01/2017, ຈາກກົມໃຫຍ່ສະຖິຕິໃຫ້ຮູ້ວ່າ: ຄາດວ່າ ຍອດມູນຄ່າຂາຍຍ່ອຍສິນຄ້າ ແລະ ລາຍຮັບບໍລິການໃຊ້ຈ່າຍໃນເດືອນ 01/2017 ແມ່ນປະມານ 330.300 ຕື້ດົ່ງ, ເພີ່ມຂຶ້ນ 5,6% ເມື່ອທຽບໃສ່ເດືອນ 12/2016 ແລະ ເພີ່ມຂຶ້ນ 9,9% ເມື່ອທຽບໃສ່ໄຍລະດຽວກັນຂອງປີ 2016.
ຕາມນັ້ນແລ້ວ, ບາງຂະແໜງສິນຄ້າຮັບໃຊ້ບຸນເຕັດມີລະດັບເພີ່ມຂຶ້ນສູງແມ່ນທັນຍາຫານ, ສະບຽງອາຫານ, ເຄື່ອງຕຳ່ແຜ່ນຕັດຫຍິບ, ການຄົມມະນາຄົມ. ບາງທ້ອງຖິ່ນມີລາຍຮັບເພີ່ມຂຶ້ນສູງຄື: ບາເຣຍ - ຫວູງເຕົາ, ແທງຮ໋ວາ, ກຽນຢາງ, ຮ່າໂນ້ຍ, ໃນຂະນະນັ້ນ ລາຍຮັບຂອງນະຄອນ ໂຮ່ຈີມິນ ຫລຸດລົງ.