ຊາອຸດີ ອາຣາບີ ກະກຽມການເປີດສະຖານທູດປະຈຳອີຣັກ

ຊາອຸດີ ອາຣາບີ ກະກຽມການເປີດສະຖານທູດປະຈຳອີຣັກ - ảnh 1
(ພາບປະກອບ: AFP)

(vovworld) – ວັນ​ທີ 03/01, ສຳນັກ​ຂ່າວສານ​ທາງ​ການ​ຂອງຊາ​ອຸ​ດີ ອາຣາ​ບີ  (SPA) ​ໄດ້​ໃຫ້​ຂ່າວ​ວ່າ, ຄະນະ​ຜູ້​ແທນ​ຂອງ​ປະ​ເທດ​ນີ້ ຈະ​ໄປ​ເຖິງ​ອີຣັກ ​ໃນ​ອາທິດ​ໜ້າ ​ເພື່ອ​ສົ່ງ​ເສີມ​ບັນດາ​ວຽກ​ງານ​ກະກຽມ​ໃຫ້​ແກ່​ການ​ເປີດ​ສະຖານທູດ​ປະຈຳ ​ແບ​ກ​ແດດ ຄືນ​ໃໝ່, ພາຍຫຼັງ 25 ປີ​ອັດ​ປະຕູ. SPA ​ໄດ້​ຄັດ​ຖະ​ແຫຼ​ງການຂອງ​ກະຊວງ​ການ​ຕ່າງປະ​ເທດຊາ​ອຸ​ດີ ອາຣາ​ບີວ່າ, ຕາມ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ກັບ​ອີຣັກ, 2 ປະ​ເທດ​ຕົກລົງ​ເປີດ​ສະຖານທູດຊາ​ອຸ​ດີ ອາຣາ​ບີ ​ຢູ່​ແບກ​ແດດ ​ແລະ ກົງ​ສູນ​ໃຫຍ່​ປະຈຳ ອາ​ບີ, ​ເມືອງ​ເອກຂອງ​ເຂດ​​ເຄິ່ງປົກຄອງ​ດ້ວຍ​ຕົນ​ເອງ​ຂອງຊາວ​ເກີດ ຢູ່​ອີ​ຮັກ​ ຄືນ​ໃໝ່. ຄະນະ​ກຳມະການ​ວິຊາ​ການ​ຂອງ​ກະຊວງ​ການ​ຕ່າງປະ​ເທດຊາ​ອຸ​ດີ ອາຣາ​ບີ ​ຈະ​ໄປ​ເຖິງ​ແບກ​ແດດ ​ໃນ​ອາທິດ​ໜ້າ ​ແລະ ຈະ​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ອີຣັກ ​ເລືອກ​​ເອົາ​ສະຖານ​ທີ່​ກໍ່ສ້າງ​ສຳນັກງານ ກໍ່​ຄື​ບັນດາ​ເຄື່ອງ​ອຸປະກອນ​ຈຳ​ເປັນ​ເພື່ອ​​ໃຫ້ 2 ກະຊວງ​ການ​ຕ່າງປະ​ເທດ​ນີ້​ເຂົ້າ​ເຄື່ຶອນ​​ໄຫວ​ໂດ​ຍ​ໄວ.

ຂ່າວ/ບົດ​ອື່ນ