ຍົກຍ້າຍປະຊາຊົນໄປຍັງເຂດປອດໄພ, ຫຼຸດຜ່ອນຄວາມເສຍຫາຍໂດຍໄພທຳມະຊາດກໍ່ຂຶ້ນ
(VOVWORLD) - ທ່ານ ກ່ວາງວັນເຮືອງ ສະມາຊິກສະພາແຫ່ງຊາດແຂວງເຊີນລາໃຫ້ຮູ້ວ່າ: ນອກຈາກປັດໄຈຜິດປົກກະຕິ ແລະ ຫຍໍ້ທໍ້ຈາກອາກາດຍ້ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ນຳມາເຊິ່ງບັນດາຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນໃນໄລຍະທີ່ຜານມານັ້ນ, ກໍ່ຕ້ອງຄິດໄລ່ເຖິງບັນດາຜົນກະທົບຂອງການເຄື່ອນໄຫວເສດຖະກິດ - ສັງຄົມ, ການດຳລົງຊີວິດຂອງປະຊາຊົນ ຕໍ່ສິ່ງແວດລ້ອມນຳອີກ.
ກຳລັງທີ່ມີໜ້າທີ່ຮັບຜິດຊອບແຂວງກ໋ວາງຈິໜ່ວຍເຫຼືອການຍົກຍ້າຍປະຊາຊົນໄປຍັງເຂດປອດໄພ
(ພາບ: Kinhtedothi.vn)
|
ຢູ່ນອກກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14, ໃນວັນທີ 2 ພະຈິກ, ເມື່ອຕອບຄຳຖາມຂອງນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ກ່ຽວກັບຄວາມເສຍຫາຍໂດຍຝົນຕົກນ້ຳຖ້ວມກໍ່ຂຶ້ນຢູ່ເຂດພາກກາງ ໃນໄລຍະທີ່ຜ່ານມາ, ສະມາຊິກສະພາແຫ່ງຊາດບາງທ່ານຖືວ່າ ຕ້ອງກວດກາຄືນບັນດາຂົງເຂດທີ່ມີຄວາມສ່ຽງເກີດເຫດດິນເຊາະເຈື່ອນ, ນ້ຳແກ່ງຖ້ວມ ເພື່ອເປັນເຈົ້າການສຳລັບວິທີການຍົກຍ້າຍປະຊາຊົນໄປຍັງເຂດປອດໄພ, ຫຼຸດຜ່ອນຄວາມເສຍຫາຍໂດຍໄພທຳມະຊາດກໍ່ຂຶ້ນ. ພ້ອມທັງ, ຕ້ອງເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາປ່າ. ທ່ານ ເຈິ່ນຮ່ວາງເງິນ, ສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນຖືວ່າ:
ຂ້າພະເຈົ້າບໍ່ສະໜັບສະໜູນເລື່ອງ ພວກເຮົາສືບຕໍ່ນຳໃຊ້ເນື້ອທີ່ດິນປ່າເພື່ອເຮັດໂຄງການຕ່າງໆ, ພວກເຮົາຕ້ອງມີຄວາມລະມັດລະວັງ. ໃນຍຸດທະສາດພັດທະນາຈະມາເຖິງ ພວກເຮົາຈະພັດທະນາເສດຖະກິດແບບຍືນຍົງ, “ເສດຖະກິດຂຽວ” ເພາະສະນັ້ນ ບັນຫາສິ່ງແວດລ້ອມຕ້ອງໄດ້ຮັບບຸລິມະສິດແຖວໜ້າ.