ຍົກສູງການຄຸ້ມຄອງຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
(ພາບປະກອບ: TTXVN)
(vovworld) - ວັນທີ 18/10, ຢູ່ຮ່າໂນ້ຍ, ສູນຄົ້ນຄວ້າ, ສຶກສາສິ່ງແວດລ້ອມ ແລະ ພັດທະນາ, ສະຫະພັນບັນດາສະມາຄົມວິທະຍາສາດເຕັກນິກຫວຽດນາມ ໄດ້ຈັດກອງປະຊຸມສຳມະນາໂຕະມົນວິທະຍາສາດ - ນະໂຍບາຍ ກາລະໂອກາດ ແລະ ສິ່ງທ້າທາຍໃນການຮ່ວມສຳພັນຄວາມເສຍຫາຍ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ, ເພື່ອແນໃສ່ຍົກສູງປະສິດທິຜົນຂອງວຽກງານຄຸ້ມຄອງໄພທຳມະຊາດໃນຂະແໜງອາຊີບທີ່ພວມເຄື່ອນໄຫວ, ພ້ອມທັງຊອກຫາບັນດາຄຳຖາມຜ່ານການລາຍງານປຶກສາຫາລືຍົກຕົວຢ່າງຈາກຜົນສະທ້ອນຂອງ El Nino 2015 – 2016 ຢູ່ຫວຽດນາມ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນຫາບຸລິມະສິດໃນການຮ່ວມສຳພັນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ສິ່ງທ້າທາຍໃນການຮ່ວມສຳພັນການຄວາມເສຍຫາຍ. ພິເສດແມ່ນພິຈາລະນາເຖິງການກະທົບກັບກຸ່ມເສດຖະກິດພາກເອກະຊົນ ແລະ ສື່ມວນຊົນ; ພິຈາລະຈາ, ເພີ່ມເຕີມໃຫ້ເຄືອຂ່າຍຮ່ວມສຳພັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ສິ່ງທ້າທາຍໃນການຮ່ວມສຳພັນຄວາມເສຍຫາຍໃນພາກພື້ນ...