ຍົກສູງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອິນເດຍ

ຍົກສູງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອິນເດຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ພັນ​ລະ​ຍາ

(vovworld) - ໂດຍ​ໄດ້​ຮັບ​ຄ​ຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi, ຕອ​ນ​ເຊົ້າ​ວັນ​ທີ 27/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງລັດ​ຖະ​ບານ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ຮ່າ​ໂນ້ຍ ໄປ​ຢ້ຽມ​ຢາມ ອິນ​ເດຍ ​ຢ່າງ​ເປັນ​ທາງ​ກາ​ນ​ເປັນ​ເວ​ລາ 2 ວັນ. ການ​ຢ້ຽ​ມ​ຢາມ ອິນ​ເດຍ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ການ​ພົວ​ພັນ​ທາງ​ດ້ານການ​ເມືອງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອິນ​ເດຍ ໃນ​ທຸກ​ຂົງ​ເຂດ​ກ່​ວາ​ອີກ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ, ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ອິນ​ເດຍ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຈະ​ພ້ອມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi ປະ​​ຕິ​ບັດ​ຈຸດ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຈາກ 8 ຕື້ USD ໃນ​ປະ​ຈຸບ​ັນ​ຂຶ້ນ​ເຖິງ 15 ຕື້ USD ໃນ​ປີ 2020 ​ໃຫ້ປະ​ກົດ​ຜົນ​ເປັນ​ຈິງ, ຫັນ​ແຫຼ່ງ​ສະ​ໜອງວັດ​ຖຸວິບ​ສົ້ນ​ເຂົ້າ​ໃຫ້​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ຢູ່ ຫວຽດ​ນາມ ເປັນຫຼາຍ​ຮູບຫຼາຍ​ແບບ. ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ ໄລ​ຍະ​ມໍ່​ມານີ້​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ, 2 ຝ່າຍ​ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​​ນຳ​ກັບ, ຕາມນັ້ນ​ແລ້ວ, ອິນ​ເດຍ ສະ​ຫງວນ​ໃຫ ຫວຽດ​ນາມ ລະ​ດັບ​ສິນ​ເຊື່ອ 100 ລ້ານ USD. ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ຫວຽດ​ນາມ ໄດ້​ສົ່ງ​ອອກ​ຜ່ານ​ອິນ​ເດຍ ເຄື່ອງ​ຈັກ, ອຸ​ປະ​ກອນ, ເຄື່ອງ​ອາ​ໄຫຼ່… ເປັນ​ຕົ້ນ. ການ​ຢ້ຽມ​ຢາມ ອິນ​ເດຍ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ກໍ່​ຈະ​ສຸມ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ແທດ​ຈິງ​ລະ​ຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ພິ​ເສດ​ແມ່ນການບ​ຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃນຫຼາຍ​ຂົງ​ເຂດ​ຄື: ເຕັກ​ໂນ​ໂລຢ​ີ​ຂໍ້​ມູນ​ຂ່າວ​ສານ, ເ​ສດ​ຖະ​ກິດ, ກົດ​ໝາຍ, ພາ​ສາ​ອັງ​ກິດ, ຮັດ​ແໜ້ນ​ການ​ຮ່ວມ​ມື​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ພົບປະ​ແລກ​ປ່ຽນ​ປະ​ຊາ​ຊົ​ນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ ປະ​ຊາ​ຊົນ 2 ປະ​ເ​ທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​​ເຕີນ​ຢູ້ງ ຈະ​ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ຂອງ​ລັດ​ຖະ​ບານ​ໃໝ່ ອິນ​ເດຍ​ແລກ​ປ​່ຽນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ກໍ່​ຄື​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຕໍ່​ທັດ​ສະ​ນະ, ມາດ​ຕະ​ການ​ເພ​ື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ດ້ວຍ​ຄວາມ​ຕັດ​ສິ​ນ​ໃຈ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ເຕີບ​ໂຕ ແລະ ວັດ​ທະ​ນາ​ຖາ​ວອນ​ຢູ່ ອາ​ຊີ.


ຂ່າວ/ບົດ​ອື່ນ